Homeຂ່າວການພັດທະນາລາວເດິນເຄື່ອງອີກ 2 ເຂື່ອນໄຟຟ້ານໍ້າຕົກ

ລາວເດິນເຄື່ອງອີກ 2 ເຂື່ອນໄຟຟ້ານໍ້າຕົກ

Published on

ເມື່ອວັນທີ 1 ກັນຍາ 2017 ທີ່ຜ່ານມາ ຢູ່ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ມີພິທີເປີດການເດິນເຄື່ອງຜະລິດໄຟຟ້າ ເຂື່ອນໄຟຟ້າເຊນໍ້ານ້ອຍ 2 ແລະ ເຊກະຕຳ 1 ໂດຍການເຂົ້າຮ່ວມຂອງທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຂື່ອນໄຟຟ້າເຊນ້ຳນ້ອຍ 2 ແລະ ເຊກະຕຳ 1 ໄດ້ຮັບອະນຸຍາດຈາກການນຳແຂວງຈຳປາສັກເມື່ອກາງປີ 2012 ເຂື່ອນເຊນ້ຳນ້ອຍ 2 ກຳລັງຕິດຕັ້ງ 6.7 ເມກາວັດ ທີ່ຈະສາມາດຜະລິດກະແສໄຟຟ້າໄດ້ 40 ກິກາວັດໂມງຕໍ່ປີ ແລະ ເຂື່ອນເຊກະຕໍາ 1 ມີກໍາລັງຕິດຕັ້ງ 13.4 ເມກາວັດ, ຊຶ່ງຈະສາມາດຜະລິດກະແສໄຟຟ້າໄດ້ປະມານ 80 ກິກາວັດໂມງຕໍ່ປີ, ດ້ວຍການລົງທຶນທັງໝົດ 50 ລ້ານໂດລາສະຫະລັດ, ຊຶ່ງໃນແຕ່ລະປີທັງ 2 ໂຄງການດັ່ງກ່າວຈະສາມາດຜະລິດກະແສໄຟຟ້າໄດ້ປະມານ 120 ກິກາວັດໂມງ, ຊຶ່ງມີອາຍຸສຳປະທານ 50 ປີ. ໄຟຟ້າທີ່ຜະລິດໄດ້ດັງກ່າວຈະແຈກຢາຍໃຫ້ປະຊາຊົນໃນເຂດແຂວງຈຳປາສັກແລະເຊກອງໄດ້ຊົມໃຊ້.

ມາຮອດປັດຈຸບັນ ສປປ ລາວ ມີລະບົບສາຍສົ່ງແຮງດັນສູງ, ແຮງດັນກາງ ແລະ ແຮງດັນຕ່ຳທັງໝົດ 53 ພັນກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 60 ແຫ່ງ.

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ ແລະລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...