Homeຂ່າວຕ່າງປະເທດເຢຍລະມັນກຽມອົບພະຍົບ 70,000 ຄົນອອກຈາກພື້ນທີ່ເກັບກູ້ລະເບີດໃນເມືອງ ແຟຣງເຟຣີດ

ເຢຍລະມັນກຽມອົບພະຍົບ 70,000 ຄົນອອກຈາກພື້ນທີ່ເກັບກູ້ລະເບີດໃນເມືອງ ແຟຣງເຟຣີດ

Published on

ທາງລັດຖະບານເຢຍລະມັນກຽມອົບພະຍົບປະຊາຊົນໃນເມືອງ ແຟຣງເຟຣີດກວ່າ 70,000 ຄົນອອກຈາກ ບ້ານ ເຮືອນໃນທ້າຍອາທິດນີ້ ເພື່ອເປີດທາງໃຫ້ເຈົ້າໜ້າທີ່ເຂົ້າປົດຊະນວນລະເບີດຂະໜາດໃຫຍ່ ທີ່ມີນ້ຳໜັກກວ່າ 1,400 ຕັນ ທີ່ຫາກໍ່ຖືກຄົ້ນພົບໃນວັນທີ 29 ສິງຫາ 2017 ທີ່ຜ່ານມາ ໃນລະຫວ່າງການກໍ່ສ້າງພາຍໃນເມືອງ ແລະ ຢູ່ຫ່າງ ຈາກເຂດຫ້າງຊັບພະສິນຄ້າຍອດນິຍົມໄປທາງທິດເໜືອປະມານ 2.5 ກິໂລແມັດ ເປັນລະເບີດທີ່ເຮືອບິນຮົບກອງທັບຂອງອັງກິດໃຊ້ໂຈມຕີທາງອາກາດໃນສະໄໝສົງຄາມໂລກຄັ້ງທີ 2 ສື່ຂ່າວເຢຍລະມັນລະບຸວ່າ ລະເບີີດລູກນີ້ມີຊື່ວ່າ “Wohnblockknacker” (blockbuster) ດ້ວຍແສນຍານນຸພາບທຳລາຍລ້າງຖະໜົນ ແລະ ອາຄານຕ່າງໆໄດ້ໃນພິບຕາດຽວ

ປັດຈຸບັນທາງເຈົ້າໜ້າທີ່ໄດ້ເຂົ້າຄຸມພື້ນທີ່ດັ່ງກ່າວ ເຖິງແມ່ນວ່າຕອນນີ້ຍັງບໍ່ເກິດອັນຕະລາຍເທື່ອ ແຕ່ຢ່າງໃດກໍ່ຕາມດ້ວຍຂະໜາດຂອງລະເບີດທີ່ໃຫຍ່ ຈິ່ງຈຳເປັນຕ້ອງໃຊ້ມາດຕະການຍ້າຍອົບພະຍົບປະຊາຊົນອອກຈາກພື້ນທີ່ ໂດຍຄຳສັ່ງດັ່ງກ່າວຈະມີຂຶ້ນໃນວັນທີ 3 ກັນຍາ 2017 ທີ່ຈະມາຮອດນີ້

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...