Homeອຸບັດເຫດແລະປາກົດການຫຍໍ້ທໍ້ນະຄອນຫລວງຈະສູ້ຊົນໃຫ້ເປັນນະຄອນຫລວງປອດຢາເສບຕິດໃນປີ 2015

ນະຄອນຫລວງຈະສູ້ຊົນໃຫ້ເປັນນະຄອນຫລວງປອດຢາເສບຕິດໃນປີ 2015

Published on

 

ທ່ານ ຊື່ນຊ່ວງ ດວງຕາວິໄລ ຫົວໜ້າຫ້ອງການຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດນະຄອນຫລວງ

ວຽງຈັນ ໃຫ້ຮູ້ວ່າ: ນະຄອນຫລວງວຽງຈັນ, ຈະສູ້ຊົນໃຫ້ເປັນນະຄອນຫລວງປອດຢາເສບຕິດໃນປີ 2015 ນີ້ ແລະ ມາ

ຮອດປັດຈຸບັນ ສາມາດຂຶ້ນບັນຊີເປົ້າໝາຍສະຖານມົ້ວສຸມ 380 ຈຸດ ແລະ ຜູ້ພົວພັນສິ່ງເສບຕິດ 7.700 ກວ່າຄົນ,

ໃນນັ້ນຍິງ 500 ກວ່າຄົນ, ຂະນະທີ່ໃນໄລຍະ 6 ເດືອນຕົ້ນປີ 2014 ນີ້, ມີຄະດີຢາເສບຕິດເກີດຂຶ້ນ 241 ເລື່ອງ, ສາມາດ

ກັກຕົວຜູ້ກະທຳຜິດ ໄດ້ 482 ຄົນ, ຍິງ 77 ຄົນ ແລະ ຍຶດຂອງກາງຢາເສບຕິດປະເພດຕ່າງໆເປັນຈຳນວນຫລາຍ.

 

ທ່ານຫົວໜ້າຫ້ອງການຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດນະຄອນຫລວງວຽງຈັນ ກ່າວວ່າ: ຢູ່ນະ

ຄອນຫລວງວຽງຈັນ ມີ 418 ບ້ານ, ໃນນີ້ ໄດ້ປະກາດບ້ານເປັນບ້ານປອດຢາເສບຕິດແລ້ວ 315 ບ້ານ ແລະ ຈະສືບຕໍ່ສູ້

ຊົນ ໃຫ້ສຳເລັດໃນປີ 2015 ທີ່ຈະເຖິງນີ້, ໂດຍຕົ້ນຕໍ່ແມ່ນຈະສືບຕໍ່ຊຸກຍູ້ 10 ບ້ານຈຸດສຸມໃນ 3 ເມືອງຄື ເມືອງຈັນທະບູລີ

7 ບ້ານ, ເມືອງ ສີສັດຕະນາກ 2 ບ້ານ ແລະ ເມືອງສັງທອງ 1 ບ້ານ ເພື່ອສ້າງເປັນບ້ານປອດຢາເສບຕິດຕົວແບບ, ພ້ອມ

ທັງເປີດກອງປະຊຸມເຝິກອົບຮົມໃຫ້ພະນັກງານ, ອຳນາດການປົກຄອງບ້ານ ລຽບຕາມຊາຍແດນແມ່ນ້ຳຂອງລະຫວ່າງ

ນະຄອນຫລວງວຽງຈັນ-ແຂວງໜອງຄາຍ ແລະ ແຂວງເລີຍ (ປະເທດໄທ) ຈຳນວນ 101 ບ້ານ, ເພື່ອຍົກລະດັບຄວາມ

ຮູ້ຄວາມສາມາດໃນການປ້ອງກັນບັນຫາຢາເສບຕິດ ລຽບຕາມຊາຍແດນ, ຄຽງຄູ່ກັນນັ້ນ, ກໍເອົາໃຈໃສ່ຕໍ່ຜູ້ທີ່ໄດ້ຮັບ

ການບຳບັດແລ້ວກັບຄືນສູ່ຄອບຄົວ ຄວນໄດ້ຮັບການຕິດຕາມຊ່ວຍເຫລືອ ໂດຍສະເພາະແມ່ນສ້າງໃຫ້ເຂົາເຈົ້າມີວຽກ

ເຮັດງານທຳ ດ້ວຍການຈັດເຝິກອົບຮົມສົ່ງເສີມສີມືແຮງງານ, ວິຊາຊີບຕ່າງໆເພື່ອຫລີກເວັ້ນໄພຫວ່າງງານ ແລະ ບັນ

ຫາສັງຄົມອື່ນໆ.

 

ແຫຼ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...