Homeຂ່າວພາຍ​ໃນອຶ້ງ!ກັບຄຳຕັດສິນມຸມແດງ (ລາວ) ອອກອາວຸດຫຼາຍກວ່າແຕ່ເປັນຝ່າຍເສຍ

ອຶ້ງ!ກັບຄຳຕັດສິນມຸມແດງ (ລາວ) ອອກອາວຸດຫຼາຍກວ່າແຕ່ເປັນຝ່າຍເສຍ

Published on

ຈົບກັນໄປອີກຄູ່ແລ້ວສຳລັບກັບການແຂ່ງຂັນຊົກມວຍ ໃນຮຸ້ນນ້ຳໜັກ 54 kg ທີ່ຈັດຂຶ້ນໃນຕອນບ່າຍຂອງວັນທີ 28 ສິງຫາ 2017  ໃນຊີເກມ 2017 ຫຼື ກົວລາລຳເປີເກມ ທີ່ປະເທດ ມາເລເຊຍ

ຮອບນີ້  ທ້າວ ຄຳບາງ ນັກມວຍຈາກ ສປປລາວ ຢູ່ມຸມແດງ ພົບກັບນັກມວຍຈາກປະເທດໄທ ມຸມນ້ຳເງິນ ຂຶ້ນສັງວຽນຊົກກັນ 3 ຍົກເຕັມ, ນັກມວຍທັງສອງໄດ້ອອກອາວຸດທັງ ໝັດ, ເຂົ່າ, ເຕະ, ສອກ, ທີບໃສ່ກັນແບບເຕັມທີ່ ແຕ່ເຫັນໄດ້ຢ່າງຊັດເຈນວ່າ ຄຳແດງ ນັກມວຍຈາກ ສປປ ລາວ ອອກອາວຸດໄດ້ຫຼາຍກວ່າ ແລະ ຍັງສາມາດເຕະຕັດຂານັກມວຍໄທລົງໄປນອນຫງາຍທ້ອງກັບພື້ນໄດ້ຫຼາຍເທື່ອ ທັງຄູ່ຊົກກັນຄົບ 3 ຍົກຕາມກະຕິກາ

ຜ່ານການເບິ່ງຈາກການຖ່າຍທອດສົດເຫັນໄດ້ຢ່າງຊັດເຈນວ່າ ນັກມວຍມຸມແດງ (ນັກມວຍລາວ) ຕ້ອງມີເປີເຊັນເປັນຝ່າຍຊະນະສູງກວ່ານັກມວຍຈາກໄທ ແຕ່ກໍ່ມີເຫດການບໍ່ຄາດຄິດເກີດຂຶ້ນເມື່ອກຳມະການຕັດສິນໄດ້ເທຄະແນນໃຫ້ກັບນັກມວຍໄທຝ່າຍນ້ຳເງິນເປັນຜູ່ຊະນະ ເຮັດໃຫ້ທັງກອງເຊຍໃນສະໜາມ, ຜູ້ຊົມຜ່ານທາງການໄລນ໌ສົດ ທັງນັກກີລາ ຄູຝຶກ ແລະ ທີມງານ ງຶດຈົນຫົວສິແຕກໄປຕາມໆກັນ! ໂອ້…ແມ່ນນີ້ກໍ່ມີ

ຫລັງຈາກການແຂ່ງຂັນຈົບລົງທັງຄູຝຶກ ແລະ ນັກກີລາໄດ້ມີການໄລນ໌ສົດເຖິງແຟນມວຍຊາວລາວດ້ວຍນ້ຳຕາແຫ່ງຄວາມເສຍໃຈ ບໍ່ໜ້າເຊື່ອວ່າການແຂ່ງຂັນລະດັບຊີເກມ ເຊິ່ງມາເລເຊຍເປັນເຈົ້າພາບຈັດງານໃນຄັ້ງນີ້ຈະປ່ອຍໃຫ້ເກີດເລື່ອງທີ່ໜ້າອັບອາຍຕໍ່ສາຍຕາຂອງຜູ່ຊົມທົ່ວໂລກແບບນີ້ໄດ້

ແນ່ນອນ! ເມື່ອມີການຕັດສິນອອກມາແລ້ວກໍ່ຕ້ອງເຄົາລົບໃນການຕັດສິນດັ່ງກ່າວແບບນ້ຳໃຈນັກກີລາ ນັກມວຍລາວເຖິງຈະເຊຍໄຊໃນເທື່ອນີ້ແຕ່ກໍ່ບໍ່ໄດ້ເຮັດໃຫ້ຄົນລາວທັງປະເທດຜິດຫວັງໃນສີມືຂອງການຊົກມື້ “ຄຳບາງ” ເກັ່ງຫຼາຍ ເຈົ້າເຮັດໄດ້ດີທີ່ສຸດແລ້ວ!

ເຮົາມາເບິ່ງວິດີໂອການແຂ່ງຂັນໄປພ້ອມໆກັນເລີຍ (ເລີ່ມແຕ່ນາທີທີ 9:00 ຄູ່ລາວກັບໄທຂື້ນສັງວຽນຊົກ) ລາວຢູ່ມຸມແດງ ແລະ ໄທມຸມນ້ຳເງິນ

https://www.facebook.com/teamsportservice/videos/1916156878636804/

https://www.facebook.com/teamsportservice/videos/pcb.1916170421968783/1916170105302148/?type=3&theater

 

 

 

ວິດີໂອຂ່າວ: ລາວສູ້ສູ້

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...