Home​ຂ່າວບັນເທິງຜູ້ຊະນະເລີດໃນການປະກວດລາວຊຸບເປີໂມເດວ 2017

ຜູ້ຊະນະເລີດໃນການປະກວດລາວຊຸບເປີໂມເດວ 2017

Published on

ຈົບລົງໄປແລ້ວກັບງານປະກວດ Laos Super Model 2017 ທີ່ເຮັດໜ້າທີ່ຄົ້ນຫານາງແບບ ແລະ ນາຍແບບ ໜ້າໃໝ່ຂຶ້ນມາປະດັບວົງການບັນເທີງບ້ານເຮົາ

ໃນຄ່ຳຄືນຂອງວັນທີ 19 ສິງຫາ 2017 ທີ່ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ຊັ້ນ 7 ໄດ້ມີການຈັດງານປະກວດ Laos Super Model 2017 ໃນຮອບຕັດສິນ ແລະ ຜູ້ທີ່ໄດ້ຮັບຕຳແໜ່ງຊະນະເລີດ Laos Super Model ຝ່າຍຊາຍໄດ້ແກ່ ທ້າວ ໄຊຍະສິດ ພົນເສນາ (ໝິງ) ແລະ ຝ່າຍຍິງຕົກເປັນຂອງ ນາງ ມຸກດາວັນ ທອງສິງຄຳ (ມຸກ)

ສ່ວນປະເພດນາງແບບ-ນາຍແບບລຸ້ນເຍົາວະຊົນແມ່ນ ນາງ ເພັດມະນີ ເພັດໄຊຍາ ແລະ ທ້າວ ເອກະພົນ ນາທະວົງ
ຜູ່ທີ່ໄດ້ຮັບຕຳແໜ່ງຊະນະເລີດຈະໄດ້ຮັບລາງວັນເງິນສົດຜູ້ລະ 10 ລ້ານກີບ ພ້ອມໂລ່ລາງວັນ ແລະ ລາງວັນຈາກຜູ້ໃຫ້ການສະໜັບສະໜູນ ສ່ວນປະເພດນາງແບບເຍົາວະຊົນ ແລະ ນາຍແບບເຍົາວະຊົນ ໄດ້ຮັບເງິນສົດຜູ້ລະ 5 ລ້ານກີບ ພ້ອມໂລ່ລາງວັນ ແລະ ຂອງລາງ ວັນຈາກຜູ້ໃຫ້ການສະໜັບສະໜູນຈຳນວນໜຶ່ງ ພ້ອມທັງເປັນຕົວແທນນາງແບບ-ນາຍແບບຂອງລາວ ໃນການເຄື່ອນໄຫວກິດຈະກຳຕ່າງໆຕະຫຼອດໄລຍະ 1 ປີ

ນອກຈາກນີ້ ຍັງມີລາງວັນຂວັນໃຈຊ່າງພາບ ລຸ້ນເຍົາວະຊົນ ແລະ ລຸ້ນຊາວໜຸ່ມ ເຊິ່ງໄດ້ຮັບເງິນລາງວັນຄົນລະ 2 ລ້ານ ແລະ 3 ລ້ານກີບ ພ້ອມຂັນລາງວັນ.

 

ແຫລ່ງຂ່າວຈາກ: Muan.la ແລະ Laos Super Model

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...