Homeຂ່າວຕ່າງປະເທດຄົນຮ້າຍຂັບລົດໄລ່ຕຳຄົນຕາມຖະໜົນທີ່ບາເຊໂລນາເສຍຊີວິດ 13 ຄົນ

ຄົນຮ້າຍຂັບລົດໄລ່ຕຳຄົນຕາມຖະໜົນທີ່ບາເຊໂລນາເສຍຊີວິດ 13 ຄົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ບາເຊໂລນາ ປະເທດ ສະເປນ ເມື່ອວັນທີ 18 ສິງຫາ 2017 ນີ້ວ່າທາງການເຂດກາຕາລູຢາໃນພາກເໜືອຂອງສະເປນ ລາຍງານການເກີດເຫດຄົນຮ້າຍຂັບລົດ ອໍດີ້ ເອ3 ໄລ່ຕຳປະຊາຊົນທີ່ກຳລັງສັນຈອນຢູ່ຕາມຖະໜົນສາຍໜຶ່ງ ໃນເມືອງ ແກມບຣິດ ຫ່າງຈາກເມືອງບາເຊໂລນາປະມານ 120 ແມັດ ເມື່ອຕອນເຊົ້າຂອງວັນສຸກຕາມເວລາທ້ອງຖິ່ນ ເຮັດໃຫ້ມີຜູ່ເສຍຊີວິດຢ່າງໜ້ອຍ 13 ຄົນ ມີປະຊາຊົນໄດ້ຮັບບາດເຈັບ 6 ຄົນ ມີ 1 ຄົນອາການສາຫັດ ແລະ ມີຕຳຫຼວດບາດເຈັບ 1 ຄົນ ແລະ  ໄດ້ຮັບບາດເຈັບເລັກໜ້ອຍປະມານ 100 ຄົນ ໂດຍຜູ່ເຄາະຮ້າຍສ່ວນໃຫຍ່ຈະເປັນນັກທ່ອງທ່ຽວ

ເຫດການດັ່ງກ່າວເກີດຂຶ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ກ່ອນທີ່ເຈົ້າໜ້າທີ່ຈະລົງມືປະຕິບັດການຕໍ່ຕ້ານການກໍ່ການຮ້າຍ ແລະ ສັງຫານຜູ່ຕ້ອງສົງໃສເສຍຊີວິດ 5 ຄົນ

ເຫດກໍ່ການຮ້າຍໃນຄັ້ງນີ້ກຸ່ມໄອເອສໄດ້ເຜີຍແພ່ຖະແຫຼງການຜ່ານສຳນັກຂ່າວອາມັດວ່າເປັນຜູ່ບົງການໃຫ້ “ທະຫານສັກສິດ” ລົງມືກໍ່ເຫດທີ່ເມືອງ ບາເຊໂລນາ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...