Homeຂ່າວທ້ອງຖິ່ນເສັ້ນທາງສັນຕິພາບ ໃນເມືອງໄກສອນ ພົມວິຫານ ຈະຖືກຂະຫຍາຍເປັນທາງ 4 ເລນ

ເສັ້ນທາງສັນຕິພາບ ໃນເມືອງໄກສອນ ພົມວິຫານ ຈະຖືກຂະຫຍາຍເປັນທາງ 4 ເລນ

Published on

ເສັ້ນ­ທາງ​ສັນ­ຕິ­ພາບ ຫຼື ເສັ້ນ­ທາງດອນ​ຫໍ​ທີ່​ຊາວ​ເມືອງ​ໄກ­ສອນ​ພົມ­ວິ­ຫານ ແຂວງ​ສະ­ຫວັນ​ນະ​ເຂດ ຮູ້­ຈັກ​ກັນ

​ເປັນຢ່າງ​ດີ ປະ­ຈຸ​ບັນ​ໃຜ ກໍ​ເວົ້າ​ເປັນ​ສຽງ​ດຽວກັນ​ວ່າ​ລຳ­ບາກ​ແຮງ ​ເປັນ​ຂຸມ​ເກືອບ​ສຸດເສັ້ນ ແຕ່​ມີ​ຂ່າວ​ດີ​ວ່າ​

ເສັ້ນ­ທາງ​ດັ່ງ­ກ່າວຈະ​ໄດ້​ມີ​ການ​ປັບ­ປຸງ​ກໍ່­ສ້າງ​ໃໝ່ ​ຂະ­ຫຍາຍ​ອອກ​ໃຫ້​ເປັນ 4 ເລນ.

ວັນ​ທີ 21 ສິງ­ຫາ 2014 ນີ້ ທ່ານ ດຣ. ສຸ­ພັນ ແກ້ວ​ມີ​ໄຊ ເຈົ້າ­ແຂວງໆ​ສະຫວັນ​ນະ​ເຂດ ພ້ອມ​ພະ­ແນກ­ການ​ຕ່າງໆ

ອ້ອມ​ຂ້າງ​ແຂວງ, ບັນ­ດາ​ບໍ­ລິ­ສັດ​ກໍ່­ສ້າງເສັ້ນ­ທາງ​ ໄດ້​ລົງ​ເຄື່ອນ​ໄຫວ​ຕິດ­ຕາມ​ການ​ກໍ່­ສ້າງ​ຖະ­ໜົນ​ພາຍ​ໃນ​ຕົວ​

ເມືອງ​ໄກ­ສອນ​ພົມ­ວິ­ຫານ​ໃນ​ຫຼາຍ​ຈຸດ ເພື່ອ​ກະ­ຕຸກ​ຊຸກ­ຍູ້​ໃຫ້​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ​ກໍ່​ຄື​ຜູ້​ທີ່​ໄດ້​ຮັບ​ໂຄງ­ການ​ກໍ່­

ສ້າງ​ເສັ້ນ­ທາງ​ໄດ້​ເອົາ­ໃຈ­ໃສ່​ຂຸ້ນ­ຂ້ຽວ​ສ້າງ​ໃຫ້​ສຳ­ເລັດ​ໂດຍ​ໄວ.

ທ່ານ ດຣ. ແສງ​ທອງ ວັງ​ແກ້ວ​ມະ­ນີ ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນສົ່ງ​ແຂວງ​ໃຫ້​ຮູ້​ວ່າ: ປະ­ຈຸ​ບັນ​ເສັ້ນ­

ທາງຕາມ​ຕົວ​ເມືອງ​ໄກ­ສອນ​ພົມ­ວິ­ຫານ ພວມໄດ້​ຮັບ​ການ​ປັບ­ປຸງ​ໃໝ່​ໃນ​ຫຼາຍ​ເສັ້ນ ທັງນີ້​ກໍ​ເພື່ອ​ກຽມ​ໃຫ້​ແກ່​

ການ​ເປັນ​ນະ­ຄອນ ໃນ​ຊຸມ​ປີ​ຕໍ່ໜ້າ ເຊຶ່ງ​ເສັ້ນ­ທາງ​ທີ່​ໄດ້ລົງ­ມື​ກໍ່­ສ້າງ​ພ້ອມ​ກັນ​ທັງ​ໝົດ​ມີ 10 ເສັ້ນໄດ້­ແກ່: ຖະ­ໜົນ

​ຈອມ​ແກ້ວ ຄວາມ​ຍາວ 3,6 ກິ­ໂລ­ແມັດ, ມະ­ຄະ​ສະ­ຫວັນ ຍາວ 1.864 ແມັດ, ອຸ­ດົມສິນ ຍາວ 1.600 ແມັດ, ໄຊ­ຊະ­

ນະ​ ຍາວ 425 ແມັດ, A3 ຍາວ 1.165 ແມັດ, ເຈົ້າ​ກິ່ມ​ ຍາວ 1.370 ແມັດ, ລາດ​ສະ​ດາໃນ ຍາວ 758 ແມັດ, ຊຽງ​ສາ

ຍາວ 452 ແມັດ, ໃຈ​ເມືອງ ຍາວ 1.850 ແມັດ, ພະ­ຍາ​ປຸ້ຍ ຍາວ 455 ແມັດ ແລະ ຖະໜົນ​ສັນ­ຕິ­ພາບ ຍາວ 2.650

ແມັດ ຖະໜົນ​ທັງ​ໝົດ​ໄດ້​ລົງ­ມື​ກໍ່­ສ້າງ​ໄປ​ແລ້ວ​ຫຼາຍ​ກວ່າ 67,8%.

ສຳ­ລັບ​ເສັ້ນ­ທາງ​ສັນ­ຕິ­ພາບ ຫຼື ເສັ້ນທາງ​ດອນ​ຫໍ​ ແມ່ນ​ໄດ້​ສຳ­ເລັດ​ໃນ​ການ​ສຳຫຼວດ​ອອກ​ແບບ, ປະ­ມູນ​ລາ­ຄາ​ເປັນ

​ທີ່ຮຽບ​ຮ້ອຍ ​ກຳ­ລັງ​ລົງ­ມື​ກໍ່­ສ້າງເຊຶ່ງ​ການກໍ່­ສ້າງ​ແມ່ນ​ເປັນ​ເສັ້ນ­ທາງ​ເບ​ຕົງ​ເສີມເຫຼັກ ​ມີ​ຄວາມ​ກວ້າງ​ຂອງ​ເສັ້ນ­

ທາງ​ທັງໝົດ 24 ແມັດ, ຂະ­ຫຍາຍ​ອອກ​ເປັນ 4 ເລນ, ມີ​ດອນ​ທາງ​ກາງ ແລະ ລະ­ບົບ​ຄອງນ້ຳ​ຄົບ​ຊຸດບໍ­ລິ­ສັດ​ທີ່​ໄດ້​

ຮັບ​ໂຄງ­ການ​ດັ່ງກ່າວ​ມີ: ບໍ­ລິ­ສັດ​ຄູນ​ຄຳ​ກໍ່­ສ້າງ, ບໍ­ລິສັດ​ຊາສີ​ກຼຸບ ແລະ ບໍ­ລິ­ສັດ​ລາວ​ມີ​ໄຊ ກໍ່­ສ້າງ.

ໃນ​ວັນ​ດຽວ​ກັນ​ ຄະ­ນະ​ການ​ນຳ​ຂອງ​ແຂວງ​ກໍ​ໄດ້​ຂີ່​ລົດ​ເລາະ​ຕາມ​ເສັ້ນ­ທາງ​ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ນ້ຳ​ຖ້ວມກໍ​ຄື​

ເສັ້ນ­ທາງ​ທີ່​ມີ​ການ​ອັດ​ຕັນ​ຂອງ​ຂີ້​ເຫຍື້ອ​ ເຮັດໃຫ້​ນ້ຳ​ຖ້ວມ​ລົ້ນ​ໄຫຼ​ເຂົ້າ​ເຮືອນ​ຂອງ​ປະຊາ​ຊົນ,  ນອກ­ຈາກ​ນັ້ນ​ທ່ານ​

ເຈົ້າ­ແຂວງ ກໍ​ໄດ້​ເໜັ້ນ​ໜັກ ແລະ ແນະນຳ​ໃຫ້​ພາກສ່ວນ​ທີ່​ກ່ຽວ­ຂ້ອງ​ແກ້​ໄຂ​ບັນ­ຫາ​ຮ່ອງ­ນ້ຳທີ່​ອັດ​ຕັນ​ດ້ວຍ​ຂີ້­

ເຫຍື່ອ​ໂດຍ​ຮີບ​ດ່ວນ ແລະ ບັນ­ຫາ​ອື່ນໆ​ທີ່​ເປັນ​ສາ­ເຫດ​ເຮັດ​ໃຫ້​ນ້ຳ​ຖ້ວມ​ຂັງ.

ແຫຼ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...