Home​ຂ່າວທ່ອງທ່ຽວສະຫລອງວັນຊ້າງສາກົນ ຢູ່ແຂວງໄຊຍະບູລີ ສົ່ງເສີມອານຸລັກຊ້າງ

ສະຫລອງວັນຊ້າງສາກົນ ຢູ່ແຂວງໄຊຍະບູລີ ສົ່ງເສີມອານຸລັກຊ້າງ

Published on

ໃນວັນທີ 12 ສິງຫາ 2017, ແຂວງໄຊຍະບູລີ ໄດ້ຈັດພິທີ ສະເຫລີມສະຫລອງ ວັນຊ້າງສາກົນ ຄັ້ງທີ 3 ຂຶ້ນ ຢູ່ເດີ່ນສະໜາມຫລວງ ບ້ານນາໄຮ ເມືອງໄຊຍະບູລີ ​ແຂວງ​ໄຊ​ຍະ​ບູລີ, ໂດຍມີຊ້າງເຂົ້າຮ່ວມ ທັງໝົດ 50 ເຊືອກ ​ແລະ ມີຫລາຍກິດຈະກຳ ເຊັ່ນ: ການ​ແຫ່ຂະບວນຊ້າງ ອ້ອມເທດສະບານເມືອງ, ການບໍລິຈາກອາຫານຊ້າງ, ລາຍເຊັນເປັນທີ່ລະນຶກ ພາຍໃນງານ ​ແລະ ຖ່າຍຮູບນຳຊ້າງຟີ. ໃນງານມີນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ ຢ່າງຫລວງຫລາຍ.

ທ່ານ ມູຢຽນຍູນ ຫົວໜ້າສູນອານຸລັກຊ້າງ ​ແລະ ຂະຫຍາຍພັນຊ້າງ ບໍລິສັດ ລົງທຶນພັດທະນາ ການທ່ອງທ່ຽວ ເຊໂນ-ລາວ ປະທານຈັດງານ ກ່າວວ່າ: ຈຸດປະສົ່ງການຈັດງານຄັ້ງນີ້, ເພື່ອເປັນການເຮັດ ໃຫ້ສັງຄົມ ຫັນມາໃຫ້ຄວາມສົນໃຈ, ອານຸລັກ ​ແລະ ປົກປັກຮັກສາຊ້າງຢູ່ໃນໂລກ ໂດຍສະເພາະ ຢູ່ພາຍໃນ ສປປ ລາວ ລວມທັງ​ແຂວງໄຊຍະບູລີ ໃຫ້ມີໂອກາດຄົງຕົວ ​ແລະ ຂະຫຍາຍຕົວ ຢູ່ກັບມວນມະນຸດໄປ ນານ​ແສນນານ.

ການຈັດງານສະເຫລີມສະຫລອງ ວັນຊ້າງສາກົນ ​ແມ່ນໄດ້ເລີ່ມມາ​ແຕ່ປີ 2015 ເຊິ່ງໄດ້ຈັດຂຶ້ນທີ່ ​​ແຫລ່ງທ່ອງທ່ຽວ ສວນຊ້າງປ່າ ເມືອງສິບສອງພັນນາ ສປ ຈີນ ​ແລະ ຄັ້ງນີ້ ເປັນຄັ້ງທີ 3 ເຊິ່ງໄດ້ຈັດຂຶ້ນທີ່ ​ແຂວງໄຊຍະບູລີ ແລະ ຢູ່​ແຫລ່ງທ່ອງທ່ຽວ ສວນຊ້າງປ່າ ເມືອງສິບສອງພັນນາ ​ແຂວງຢຸນນານ ສປ ຈີນ ໃນມື້ດຽວກັນນີ້ອີກດ້ວຍ.

 

ແຫລ່ງຂ່າວ: ຕາເລັກ/ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...