Homeຂ່າວພາຍ​ໃນການເຈລະຈາເລື່ອງຄ້າໄມ້ຖືກກົດໝາຍລະຫວ່າງລາວ ແລະ ສະຫະພາບເອີຣົບ ມີຄວາມຄືບໜ້າ

ການເຈລະຈາເລື່ອງຄ້າໄມ້ຖືກກົດໝາຍລະຫວ່າງລາວ ແລະ ສະຫະພາບເອີຣົບ ມີຄວາມຄືບໜ້າ

Published on

ພາຍຫຼັງການເຈລະຈາຄັ້ງທຳອິດໃນແຜນງານ FLEGT ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໂດຍມີຜູ້ຕາງ ໜ້າຈາກຄະນະກຳມາທິການສະຫະພາບເອີຣົບ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 24 ຫາ 28 ເມສາ 2017 ຜ່ານມາ ກໍຖືເປັນບາດກ້າວສຳຄັນໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້ ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ທັງເປັນໜຶ່ງຄວາມສຳເລັດຂອງທຸກພາກສ່ວນທີ່ກ່ຽວຂ້ອງໃນການກະກຽມກອງປະຊຸມເຈລະຈາ ຄັ້ງທີ I ແລະ ເປັນບາດກ້າວທຳອິດໃນແຜນງານທີ່ຈະກ້າວເຂົ້າສູ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈກ່ຽວກັບການຄ້າໄມ້ທີ່ຖືກກົດໝາຍ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ.

ຫຼ້າສຸດ ເມື່ອວັນທີ 02 ສິງຫາ 2017 ທີ່ນະຄອນຫຼວງວຽງຈັນ ກໍໄດ້ມີການຫາລືໂດຍລັດຖະບານ ກໍຄືກົມປ່າໄມ້ ກະຊວງກະສິກຳ ແລະປ່າໄມ້ ຮວມເຖິງພາກສ່ວນກ່ຽວຂ້ອງ ເຊິ່ງປະກອບມີ ກະຊວງການເງິນ ກະຊວງອຸດສາຫະກຳ ແລະການຄ້າ ກະຊວງແຮງງານ ແລະສະຫວັດດີການສັງຄົມ ກະຊວງຍຸຕິທຳ ກະຊວງໂຍທາທິການ ແລະຂົນສົ່ງ ກະ ຊວງພະລັງງານ ແລະບໍ່ແຮ່ ສະມາຄົມເຟີນີເຈີລາວ ພະນັກງານຈາກບັນດາແຂວງ ຜູ້ຕາງໜ້າຈາກສະພາແຫ່ງຊາດ ພ້ອມດ້ວຍສຳນັກງານນາຍົກລັດຖະມົນຕີ ແລະ ມະຫາວິທະຍາໄລແຫ່ງຊາດ ເຊິ່ງລ້ວນເປັນທີມງານຊ່ຽວຊານສະເພາະດ້ານທີ່ມີໜ້າທີ່ຂັບເຄື່ອນຂະແໜງປ່າໄມ້ ແລະ ຂະແໜງການຄ້າທີ່ຕິດພັນ ທັງນີ້ ກໍເພື່ອເຮັດໃຫ້ນິຍາມໄມ້ທີ່ຖືກ ຕ້ອງຕາມກົດໝາຍເຊິ່ງຈະຖືກສົ່ງໄປສະຫະພາບເອີຣົບມີເນື້ອໃນຄົບຖ້ວນ ສົມບູນ ແລະ ສອດຄ່ອງກັບລະບຽບການທີ່ກ່ຽວຂ້ອງ.

ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະປ່າໄມ້ ທ່ານໄດ້ກ່າວໃນທີ່ປະຊຸມວ່າ “ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍຈະສະແດງໃຫ້ເຫັນເຖິງການຄຸ້ມຄອງປ່າໄມ້ທີ່ດີ ແລະ ການບໍລິຫານຈັດການປ່າໄມ້ແບບຍືນຍົງ ເຊິ່ງຈະສົ່ງຜົນດີຕໍ່ກັບການເພີ່ມຂຶ້ນຂອງເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ເຖິງ 70% ດັ່ງທີ່ໄດ້ລະບຸໄວ້ໃນແຜນຍຸດທະສາດປ່າໄມ້ ປີ 2020 ແລະ ພາຍໃຕ້ແຜນງານ Lao-EU  FLEGT ໂດຍສະເພາະແມ່ນການປັບປຸງວຽກງານການຕິດຕາມ ການເຄື່ອນຍ້າຍຂອງໄມ້ໃນບັນດາແຂວງທົດລອງຕ່າງໆ ເຊິ່ງຈະຊ່ອຍບັນລຸເປົ້າໝາຍໂດຍຮວມຂອງຄຳສັ່ງນາຍົກລັດຖະມົນຕີ ເລກທີ 15/ນຍ ອີກດ້ວຍ”.

ຂະນະທີ່ ທ່ານ ທິມ ດໍສັນ ຊ່ຽວຊານປະຈຳຫ້ອງການ EU  FLEGT Facility – ສະຖາບັນ ປ່າໄມ້ເອີຣົບ (European Forest Institute) ກໍໄດ້ກ່າວວ່າ “ ສປປ ລາວ ເຂົ້າຮ່ວມໃນແຜນງານ ເຈລະຈາຂໍ້ຕົກລົງເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ ຫຼື VPA ຮ່ວມກັບ EU ດ້ວຍຈຸດປະສົງເພື່ອຕ້ານ ແລະ ສະກັດກັ້ນການຕັດໄມ້ທີ່ຜິດກົດໝາຍທີ່ພົວພັນກັບການຄ້າ ເຊິ່ງແຜນງານ FLEGT VPA ຈະຊ່ອຍເພີ່ມທະວີການຄຸ້ມຄອງໃນຂະແໜງການປ່າໄມ້ ທີ່ຖືເປັນພື້ນຖານໃນການຄຸ້ມຄອງປ່າໄມ້ແບບຍືນຍົງ ແຜນງານດັ່ງກ່າວຍັງເຮັດໃຫ້ການຈັດຕັ້ງປະຕິບັດໄດ້ແບບເຕັມເມັດເຕັມໜ່ວຍຄືກັບປະເທດອິນໂດເນເຊຍ ເຊິ່ງໄດ້ໃບຢັ້ງຢືນລະບົບ FLEGT ໃນປີ 2016 ທັງນີ້ ປະ ເທດຜູ້ຜະລິດໄມ້ແມ່ນຈະຕ້ອງໄດ້ເຮັດຕາມລະບຽບຫຼັກການຂອງ EU  ຢ່າງເຂັ້ມງວດກ່ຽວກັບການຫ້າມໄມ້ຜິດກົດ ໝາຍເຂົ້າສູ່ສະຫະພາບເອີຣົບ”.

ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນຢ່າງຍິ່ງຕໍ່ການເຈລະຈາຄັ້ງຕໍ່ໄປໃນແຜນງານການຈັດຕັ້ງປະຕິບັດກົດ ໝາຍປ່າໄມ້ ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ເຊິ່ງທາງ EU  ໄດ້ເນັ້ນບຸລິມະສິດຕົ້ນຕໍທີ່ມີຄວາມສຳຄັນ ແລະ ຈະຕ້ອງຈັດຕັ້ງປະຕິບັດນັ້ນກໍຄື ການເພີ່ມຄວາມເຂົ້າໃຈຕໍ່ກັບກົດ ໝາຍ ແລະ ລະບຽບການຕ່າງໆທີ່ມີໃນປັດຈຸບັນກ່ຽວກັບການຄ້າໄມ້ທີ່ຖືກກົດໝາຍ ແລະ ເພື່ອບັນທຶກແນວຄວາມຄິດດັ່ງກ່າວລົງໃນເອກະສານນິຍາມໄມ້ທີ່ຖືກກົດໝາຍ ພ້ອມນັ້ນ ຍັງມີຄວາມຈຳເປັນທີ່ຈະຕ້ອງອະທິບາຍເຖິງແຜນປະຕິຮູບບັນດາລະບຽບກົດໝາຍຕ່າງໆ ຫຼື ປັບປຸງກົນໄກທີ່ຈະໃຊ້ໃນການຈັດຕັ້ງປະຕິບັດ ເຊິ່ງຝ່າຍລາວກໍໄດ້ຢືນຢັນແນວຄວາມຄິດທີ່ຈະປັບປຸງການຄຸ້ມຄອງປ່າໄມ້ແບບຍືນຍົງ ການປົກປ້ອງຊີວິດການເປັນຢູ່ຂອງຊຸມຊົນທີ່ດຳລົງຊີວິດຕິດພັນກັບປ່າໄມ້ ແລະ ປັບປຸງການບັງຄັບໃຊ້ກົດໝາຍປ່າໄມ້ ເຊິ່ງການປະຊຸມຊ້ອງໜ້າຄັ້ງຕໍ່ໄປຈະໄດ້ຈັດຂຶ້ນໃນເດືອນພະຈິກ 2017 ພາຍຫຼັງການປະຊຸມທາງໄກຜ່ານວິດິໂອທີ່ຈະໄດ້ຈັດຂຶ້ນໃນເດືອນກັນຍາ 2017 ທີ່ຈະມາເຖິງນີ້.

 

ແຫລ່ງຂ່າວ: ສ.ບົວພາ/www.vtetoday.la

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...