Homeຂ່າວຕ່າງປະເທດພໍ່ແມ່ຊາວຈີນຄູ່ໜຶ່ງສົງໃສລູກຊາຍຫຼໍ່ເກີນໄປຈິ່ງພາໄປກວດດີເອັນເອ

ພໍ່ແມ່ຊາວຈີນຄູ່ໜຶ່ງສົງໃສລູກຊາຍຫຼໍ່ເກີນໄປຈິ່ງພາໄປກວດດີເອັນເອ

Published on

ເວັບໄຊ ຂ່າວຈີນ “ເດິ ເປເປີຣ” ລາຍງານຈາກເມືອງ ຊຽງໄຮ້ ປະເທດ ຈີນວ່າ ມີຜົວເມຍຄູ່ໜຶ່ງໃນເມືອງຊຽງໄຮ້ຂອງຈີນ ໄດ້ສົງໃສວ່າລູກຊາຍທີ່ພວກຕົນເອງລ້ຽງມາກວ່າ 28 ປີ ອາດຈະບໍ່ແມ່ນລູກຊາຍຂອງຕົນເອງແທ້ໆ ເນື່ອງຈາກວ່າ ທ້າວ ຫວັງ ເຍ່ ລຼກຊາຍຂອງພວກເຂົາໜ້າຕາດີເກີນໄປ ໜ້າຕາດີເກີນພໍ່ແມ່ ຍ້ອນຂໍ້ສົງໃສດັ່ງກ່າວນີ້ເຮັດໃຫ້ຜົວເມຍເກີດມີປາກສຽງກັນ ເພາະຜູ່ເປັນຜົວຄິດວ່າເມຍນອກໃຈແລ້ວມີລູກຊາຍຄົນນີ້ຂຶ້ນມາ ແລະ ພວກເຂົາຢ່າຮ້າງຂາດກັນຕັ້ງແຕ່ປີ 2004 ຈາກນັ້ນຝ່າຍຜົວໄດ້ກັບມາເພື່ອຂໍໃຫ້ມີການກວດດີເອັນເອຂອງລູກຊາຍເພື່ອພິສູດຄວາມຈິງ ກ່ອນຈະພົບວ່າ ດີເອັນເອຂອງຜູ່ເປັນລູກນັ້ນບໍ່ກົງກັບດີເອັນເອຂອງຜູ່ເປັນພໍ່ແມ່ ແລະ ເຮັດໃຫ້ພວກເຂົາຕັ້ງຂໍ້ສົງໃສວ່າ ອາດເກີດຄວາມຜິດພາດຂຶ້ນຕັ້ງແຕ່ຕອນທີ່ເດັກເກີດມາທີ່ໂຮງໝໍຊຽງໄຮ້ ເມື່ອປີ 1989 ໂດຍມີຄວາມເປັນໄປໄດ້ວ່າ ພະຍາບານຈະອຸ້ມເດັກນ້ອຍຜິດຄົນມາໃຫ້ພວກເຂົາ

ເມື່ອຄວາມຈິງຖືກເປີດເຜີຍອອກມາແລ້ວ ທ້າວ ຫວັງເຍ່ ກ່າວວ່າ ລາວເອງຮູ້ສຶກຕົກໃຈຫຼາຍ ເນື່ອງຈາກວ່າລາວຢູ່ຮ່ວມກັບຄອບຄົວນີ້ມາດົນ ແລະ ຍັງທຳໃຈໃຫ້ເຊື່ອຄວາມຈິງບໍ່ທັນໄດ້ ປັດຈຸບັນນາງຈາງຜູ່ເປັນແມ່ໄດ້ດຳເນີນຄະດີຮ້ອງຟ້ອງທາງໂຮງໝໍຊຽງໄຮ້ ຮຽກຄ່າເສຍຫາຍກວ່າ 1,3 ລ້ານຢວນ ແລະ ຕ້ອງການຫາລູກທີ່ແທ້ຈິງໃຫ້ພົບ ຮວມທັງຕ້ອງການຕາມຫາພໍ່ແມ່ທີ່ແທ້ຈິງຂອງທ້າວ ຫວັງເຍ່ໃຫ້ພົບຄືກັນ ດ້ານໂຮງໝໍທີ່ຕົກເປັນຜູ່ສົງໃສວ່າເຮັດ ຜິດ ພາດກໍ່ກຳລັງດຳເນີນການສອບສວນເລື່ອງດັ່ງກ່າວ.

 

ແຫລ່ງຂ່າວ: www.dailynews.co.th/Thepaper.cn

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...