Homeຂ່າວຕ່າງປະເທດພໍ່ຄ້າຢາເສບຕິດເບີ 1 ຂອງໂລກ "ເອລ ຊາໂປ" ຈ້າງທະນາຍຄວາມ 4 ຄົນສູ້ຄະດີ

ພໍ່ຄ້າຢາເສບຕິດເບີ 1 ຂອງໂລກ “ເອລ ຊາໂປ” ຈ້າງທະນາຍຄວາມ 4 ຄົນສູ້ຄະດີ

Published on

ເມື່ອນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວຢອກ ປະເທດສະຫະລັດອາເມລິກາ ເມື່ອວັນທີ 8 ສິງຫາ ວ່າສຳນັກຂ່າວຫຼາຍແຫ່ງຂອງສະຫະລັດລາຍງານວ່າ ທ້າວ ວາຄືນ ກຸຊແມນ ຫຼື ເອລ ຊາໂປ ເຈົ້າພໍ່ຄ້າຢາເສບຕິດຊື່ດັງລະດັບໂລກ ເຊິ່ງມີຖານທີ່ໝັ້ນປະຕິບັດການຢຸ່ໃນລັດຊິນາໂລອາ ທາງຕະເວັນຕົກສຽງເໜືອຂອງແມັກຊິໂກ ແລະ ຖືກຂັງໄວ້ຢູ່ໃນຄຸກຄວາມໝັ້ນຄົງສູງສຸດໃນນິວຢອກ ຕັ້ງແຕ່ເດືອນມີນາ ທີ່ຜ່ານມາ ໄດ້ຈ້າງທີມທະນາຍທີ່ຢູ່ໃນອັນດັບຕົ້ນໆຂອງສະຫະລັດມາ 4 ຄົນ ເພື່ອເຮັດໜ້າທີ່ແກ້ຕ່າງໜ້າຂໍ້ຫາອາຊະກອນຮ້າຍແຮງຫຼາຍຄະດີ ໂດຍ ເອລ ຊາໂປ ອາດຕ້ອງໄດ້ຮັບໂທດຕິດຄຸກຕະຫຼອດຊີວິດ

ເອລ ຊາໂປ ປັດຈຸບັນອາຍຸ 60 ປີ ຖືກຈັບຄັ້ງທຳອິດທີ່ກົວເຕມາລາ ເມືອປີ 1993 ແລະ ເນລະເທດໃຫ້ມາຮັບໂທດຈຳຄຸກທີ່ແມັກຊິໂກ ແຕ່ລາວຫຼົບໜີອອກມາໄດ້ເມືອປີ 2001 ໂດຍຊ້ອນຕົວຢູ່ທີ່ລົດສົ່ງຜ້າສຳລັບຊັກລີດ ແຕ່ກໍ່ຖືກຈັບຕົວໄດ້ໃນປີ 2013 ແບະ ຮັບໂທດຈຳຄຸກໃນຄູກຄວາມໝັ້ນຄົງສູງສຸດໃນແມັກຊິໂກ ກ່ອນຈະຫຼົບໜີອອກມາໄດ້ອີກ 18 ເດືອນຕໍ່ມາ ແຕ່ລາວກໍ່ຖືກຈັບໄດ້ເມື່ອເດືອນ ມີນາ 2017 ທີ່ຜ່ານມາ

 

 

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...