Homeຂ່າວເຫດການເລີ່ມທາບທາມຮ່າງດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ

ເລີ່ມທາບທາມຮ່າງດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ

Published on

ຂປລ. ​ໃນວັນທີ 4 ສິງຫານີ້, ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳລວມ ວຽກງານຄົ້ນຄວ້າ ຮ່າງດຳລັດວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ, ຊຶ່ງມີບັນດາແຂກຖືກເຊີນຈາກກະຊວງ-ອົງການຈັດຕັ້ງຂັ້ນຕ່າງໆ ອ້ອມຂ້າງສູນກາງກະຊວງການເງິນ ໄດ້ຈັດກອງ ປະຊຸມທາບທາມ ຕໍ່ຮ່າງດຳລັດວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດບາງແຂວງພາກກາງ ຕະຫລອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

​ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອເປັນການລະດົມຄວາມຄິດເຫັນຈາກບັນດາກະຊວງ, ອົງການທຽບເທົ່າ, ແຂວງ, ນະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງໃສ່ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ ແນໃສ່ເຮັດໃຫ້ຮ່າງດຳລັດດັ່ງກ່າວ ມີຄວາມເປັນເອກະພາບ, ຮັບປະກັນມີ ເນື້ອໃນຄົບຖ້ວນຊັດເຈນ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ສປປ ລາວ ທັງເປັນບ່ອນອີງ ດ້ານນິຕິກຳ ທີ່ໜັກແໜ້ນໃຫ້ແກ່ການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ ໃຫ້ມີຄວາມຮັດກຸມ, ຖືກຕ້ອງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ, ຊຶ່ງຜ່ານກອງປະຊຸມທາບທາມຄັ້ງນີ້ ຄະນະຮັບຜິດຊອບ ຈະໄດ້ສືບຕໍ່ປັບປຸງຮ່າງດຳລັດສະບັບນີ້ ເພື່ອໃຫ້ສາມາດນຳເຂົ້າຜ່ານກອງປະຊຸມລັດຖະບານທີ່ຈະມາເຖິງນີ້.

 

ແຫລ່ງຂ່າວ: ຂປລ

 

 

 

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...