Homeເກັບຕົກ-ເລື່ອງແປກອື້ງ! ຊາຍຊາວຈີນແບກຫາບຕູບໜັກກວ່າ 60 ກິໂລກຣາມຍ່າງກັບບ້ານເກີດ

ອື້ງ! ຊາຍຊາວຈີນແບກຫາບຕູບໜັກກວ່າ 60 ກິໂລກຣາມຍ່າງກັບບ້ານເກີດ

Published on

ທ້າວ ຫຼິວ ຫຼິງເສົາ ປັດຈຸບັນອາຍຸ 40 ປີ ຊາວກວງຊີ ບ້ານເກີດທີ່ໝູ່ບ້ານ ຖັນໂຖ ທົງອັນ ເມືອງ ຫຼົງເສິງ ລາວໄດ້ອອກຈາກບ້ານເກີດເມື່ອ 20 ປີກ່ອນ ເພື່ອມາຊອກວຽກເຮັດທີເຂດເຊິນເຈິ້ນ ແລ້ວມີວັນໜຶ່ງເມື່ອ 5 ປີກ່ອນລາວຄິດຈະກັບບ້ານເກີດ ແລະ ຕ້ອງເດີນທາງໄກ ດັ່ງນັ້ນລາວຈຶ່ງໄດ້ສ້າງຕູບໄມ້ໄຜ່ ທີ່ໜັກກວ່າ 60 ກິໂລກຣາມ ໄວ້ພັກໃນລະຫວ່າງການເດີນທາງ ລາວໄດ້ແບກຕູບນ້ອຍອອກເດີນທາງຈາກເມືອງໃຫຍ່ກວາງຕຸ້ງ ກັບບ້ານເກີດທີ່ກ່ວງຊີ ຕັ້ງແຕ່ 5 ປີກ່ອນ ຫຼ້າສຸດເຫຼືອໄລຍະທາງພຽງ 20 ກິໂລແມັດກໍ່ຈະຍ່າງຮອດບ້ານຂອງເຂົາແລ້ວ ຕາມໄລຍະທາງລາວໄດ້ເກັບເສດອາຫານຕາມຖັງຂີ້ເຫຍື້ອກິນແຕ່ລະມື້ເພື່ອປະຄອງຊີວິດໃຫ້ຢູ່ລອດ

ຕະຫຼອດການເດີນທາງລາວບໍ່ເຄີຍຂໍຄວາມຊ່ວຍເຫຼືອຈາກໃຜ ເຖິງແມ່ນວ່າຈະມີຜູ້ສະເໜີເຂົ້າມາຊ່ວຍເຫຼືອລາວກໍ່ຕາມ ແຕ່ລາວກໍ່ປະຕິເສດ ແລະ ເຂົາຍັງຢືນຍັນວ່າຈະແບກຫາບຕູບທີ່ລາວເຮັດນີ້ກັບບ້ານເກີດຂອງລາວພ້ອມ ໃນໄລຍະ 5 ປີ ຕູບໄດ້ເປ້ເພ ແລະ ປ່ຽນໄປ 3 ຫຼັງແລ້ວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...