Homeຂ່າວຕ່າງປະເທດເຮືອບິນທະຫານອາເມຣິກາ ຕົກນອກຊາຍຝັ່ງອົດສະຕາລີ ສູນຫາຍ 3 ຄົນ ຄາດເສຍຊີວິດແລ້ວ

ເຮືອບິນທະຫານອາເມຣິກາ ຕົກນອກຊາຍຝັ່ງອົດສະຕາລີ ສູນຫາຍ 3 ຄົນ ຄາດເສຍຊີວິດແລ້ວ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ສິງຫາຜ່ານມານີ້ວ່າ ເກີດເຫດເຮືອບິນທະຫານ MV-22 ຂອງກອງທັບສະຫະລັດອາເມຣິກາ ປະສົບອຸບັດເຫດຕົກນອກຊາຍຝັ່ງເມືອງຣັອກແຮມຕັນ ລັດຄວີນແລນ ປະເທດອົດສະຕາລີ ລະຫວ່າງການເຝິກຊ້ອມ ເມື່ອຕອນແລງຂອງວັນເສົາທີ 5 ສິງຫາຜ່ານມາ, ຖະແຫລງການຈາກກອງທັບເຮືອອາເມຣິກາ ໄດ້ລະບຸວ່າ ເຮືອບິນທະຫານ MV-22 ຖືກສົ່ງອອກຈາກກຳປັ່ນບັນທຸກເຮລິຄອບເຕີ້ລຳໜຶ່ງ ເພື່ອອອກປະຕິບັດພາລະກິດເຝິກຊ້ອມຕາມຕາຕະລາງກຳນົດໄວ້ ແຕ່ໄດ້ເກີດອຸບັດເຫດຕົກລົງໃນທະເລ, ທີມກູ້ໄພໄດ້ດຳເນີນການສົ່ງເຮືອອອກປະຕິບັດການຊ່ວຍເຫລືອ ຊຶ່ງສາມາດກອບກູ້ເອົາຊີວິດທະຫານໄວ້ໄດ້ 23 ຄົນ ແຕ່ຍັງຄົງມີຜູ້ສູນຫາຍອີກ 3 ຄົນ ຊຶ່ງຄາດວ່າເສຍຊີວິດແລ້ວ, ປັດຈຸບັນເຈົ້າໜ້າທີ່ກູ້ໄພ ກຳລັງຄົ້ນຫາຮ່າງຜູ້ເສຍຊີວິດ.

 

 

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...