Homeຂ່າວຕ່າງປະເທດຍີ່ປຸ່ນລະນຶກ 72 ປີ ເຫດລະເບີດປະລະມະນູຖະຫລົ່ມເມືອງຮິໂຣຊິມາ ສະໄໝສົງຄາມໂລກຄັ້ງທີ 2

ຍີ່ປຸ່ນລະນຶກ 72 ປີ ເຫດລະເບີດປະລະມະນູຖະຫລົ່ມເມືອງຮິໂຣຊິມາ ສະໄໝສົງຄາມໂລກຄັ້ງທີ 2

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ສິງຫານີ້ວ່າ ໃນວັນອາທິດທີ 6 ສິງຫາຜ່ານມານີ້ ນັກເຄື່ອນໄຫວເພື່ອສັນຕິພາບ ແລະ ປະຊາຊົນຊາວຍີ່ປຸ່ນກວ່າ 5 ໝື່ນຄົນ ໄດ້ເດີນທາງເຂົ້າຮ່ວມພິທີລະນຶກ ວັນຄົບຮອບ 72 ປີ ທີ່ກອງທັບສະຫະລັດອາເມຣິກາ ຖິ້ມລະເບີດປະລະມະນູ ໃສ່ເມືອງຮິໂຣຊິມາ ລະຫວ່າງສົງຄາມໂລກຄັ້ງທີສອງ ເມື່ອວັນທີ 6 ສິງຫາ 1945 ທີ່ອະນຸສາວະລີສັນຕິພາບ (Peace Memorial Park) ເມືອງຮິໂຣຊິມາ ຊຶ່ງຈັດຂຶ້ນຢ່າງເປັນປະຈຳໃນທຸກໆປີ.

ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ເຂົ້າຮ່ວມກ່າວສູນທອນພົດພາຍໃນພິທີດັ່ງກ່າວນີ້ ແລະ ໄດ້ມີການພົບປະກັບກຸ່ມຜູ້ລອດຊີວິດຈາກເຫດການດັ່ງກ່າວ, ໃນນີ້ ຜູ້ລອດຊີວິດ ແລະ ນັກເຄື່ອນໄຫວເພື່ອສັນຕິພາບ ໄດ້ສະແດງຄວາມບໍ່ພໍໃຈ ທີ່ລັດຖະບານຍີ່ປຸ່ນ ຍັງຄົງປະຕິເສດບໍ່ເຂົ້າຮ່ວມເປັນພາຄີ ໃນສົນທິສັນຍາເກືອດຫ້າມອາວຸດນິວເຄລຍ ຂອງສະຫະປະຊາຊາດ ຈົນເຖິງປັດຈຸບັນ.

 

ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວສູນທອນພົດພາຍໃນພິທີດັ່ງກ່າວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...