spot_img
Homeຂ່າວທ້ອງຖິ່ນກົມອຸຕຸນິຍົມ-ອຸທົກກະສາດແຈ້ງເຕືອນຝົນຍັງຈະສືບຕໍ່ຕົກຕື່ມອີກ 3 ວັນ

ກົມອຸຕຸນິຍົມ-ອຸທົກກະສາດແຈ້ງເຕືອນຝົນຍັງຈະສືບຕໍ່ຕົກຕື່ມອີກ 3 ວັນ

Published on

ຄໍາເຕືອນ: 5/8/2017 ຝົນໄດ້ສືບຕໍ່ຕົກຕິດຕໍ່ກັນ 2 ຫາ 3 ວັນ(5-7) ຍ້ອນຄວາມກົດດັນອາກາດຕໍ່າມີກຳລັງປານກາງໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກໍາລັງປານ ກາງຫາແຮງໄດ້ພັດປົກຄຸມ ເຊິ່ງລັກສະນະເຊັ່ນນີ້, ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ຕົກປານກາງຢູ່ທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງ ພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.

ຂະນະທີ່ ໄດ້ເຮັດໃຫ້ລະດັບນໍ້າມະຫາໄຊ (ຂົວເຊບັ້ງໄຟ),ໄດ້ສູງຂຶ້ນໃກ້ເຂດລະວັງໄພ,ດັ່ງນັ້ນຈຶ່ງແຈ້ງເຕືອນເຖິງພໍ່ແມ່ປະຊາຊົນພ້ອມດ້ວຍ ອຳນາດການປົກຄອງທຸກພາກສ່ວນ, ຈົ່ງມີສະຕິຕໍ່ສະພາບຝົນຕົກໃນລະດັບປານກາງ ຫາ ຕົກໜັກ ແລະ ກຽມພ້ອມຮັບມືກັບສະພາບນໍ້າຖ້ວມອັ່ງ, ນໍ້າຖ້ວມຊຸ. ຊື່ງຈະເປັນອັນຕະລາຍຕໍ່ຊິວິດ ແລະ ຊັບສິນອັນມີຄ່າຂອງພໍ່ແມ່ປະຊາຊົນ, ໃຫ້ເກັບມຽ້ນວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ພ້ອມນີ້ຂໍໃຫ້ຕິດຕາມຂ່າວອາກາດ,ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈຳ.

 

ແຫລ່ງຂ່າວ: ກົມອຸຕຸນິຍົມ-ອຸທົກກະສາດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...