spot_img
Homeຂ່າວການພັດທະນາສອງກະຊວງແຜນການ ແລະ ການລົງທຶນ ລາວ-ຫວຽດນາມ ແລກປ່ຽນບົດຮຽນທາງວິຊາການ

ສອງກະຊວງແຜນການ ແລະ ການລົງທຶນ ລາວ-ຫວຽດນາມ ແລກປ່ຽນບົດຮຽນທາງວິຊາການ

Published on

ຂປລ.​ໃນ​ທ້າຍ​ເດືອນກໍລະກົດ ຜ່ານ​ມາ​ນີ້, ​ ກະຊວງແຜນການ ​ແລະ ການ​ລົງທຶນ ສປປ ລາວ ແລະ ສສ ຫວຽດນາມ ໄດ້​ຈັດກອງປະຊຸມພົບປະແລກປ່ຽນທາງດ້ານວິຊາການ ຂຶ້ນທີ່ນະຄອນດານັງ ສສ ຫວຽດນາມ ເພື່ອ​ສືບ​ຕໍ່ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ຊາດ ​ລາວ-ຫວຽດນາມ, ພ້ອມ​ນັ້ນສອງ​ກະຊວງ​​ໄດ້​ເຫັນ​ດີ ​ແລະ ​ເປັນ​ເອກະ​ພາບ​ລົງ​ນາມ ​ໃນ​ບົດ​ບັນທຶກ​ການ​ຮ່ວມ​ມື​ ​ໃນໄລຍະ 2017-2018 ​ໂດຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ ​ລະຫວ່າງ​ສອງ​ກະຊວງ​ໃນ​ຂົງ​ເຂດ​ແຜນການ​, ການ​ລົງທຶນ, ປະສານ​ສົມທົບຢ່າງ​ແໜ້ນ​ແຟ້ນ ​ໃນ​ການຊຸກຍູ້​ສົ່ງ​ເສີມ​ການ​ລົງທຶນ​ຢູ່​ແຕ່ລະ​ປະ​ເທດ, ທັງສືບ​ຕໍ່​ແກ້​ໄຂ​ບັນດາຂໍ້ຄົງຄ້າງ​ຕ່າງໆ​ ໃຫ້​ແກ່​ບັນດາ​ໂຄງການ​ລົງທຶນ​ ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້ວ່ອງ​​ໄວ ​ແລະ ​ເປັນ​ຮູບ​ປະ​ທຳ​ຫລາຍ​ຂຶ້ນ.

ກະຊວງ​ແຜນການ ​ແລະ ການລົງທຶນ ສສ. ຫວຽດນາມ ​ເຫັນ​ດີສືບ​ຕໍ່​ຊ່ວຍກະຊວງ ແຜນການ ​ແລະ ການ​ລົງທຶນ ສປປ ລາວ​ ໃນ​ການ​ກໍ່ສ້າງ, ບຳລຸງ​ຍົກ​ລະດັບ​ທາງ​ດ້ານ​ວິຊາ​ສະ​ເພາະ ​ໃຫ້​ພະນັກງານຂະ​ແໜງ​ແຜນການ ​ແລະ ການ​ລົງທຶນ ​ໃນຂັ້ນ​ສູນ​ກາງ​ກໍ່​ຄື​ທ້ອງ​ຖິ່ນ ດ້ວຍ​ຮູບ​ການ​ຕ່າງໆ ຢູ່ ສສ. ຫວຽດນາມ ​ແລະການ​ສືບ​ຕໍ່​ສົ່ງ​ຊ່ຽວຊານ, ຄູ​ອາຈານຂອງຫວຽດນາມ ​ມາ​ຈັດ​ຝຶກ​ອົບຮົມ​​ໃຫ້​ພະນັກງານ​ຂະ​ແໜງ​ແຜນການຢູ່ ສປປ ລາວ. ພ້ອມ​ກັນ​ນັ້ນ, ຍັງສືບ​ຕໍ່​ການ​ແລກປ່ຽນສິ່ງ​ພິມ, ຂໍ້​ມູນ​ຂ່າວ​ສານ, ​ເອກະສານ​ວິຊາ​ການ, ການ​ແປ​ເອກະສານ​ນິຕິ​ກຳ​ກົດໝາຍ​ ໃນ​ຂົງ​ເຂດ​ແຜນການ-ການ​ລົງທຶນ​ ຂອງ​ສອງ​ປະ​ເທດ ​ເປັນສອງ​ພາສາ​ລາວ ​ແລະ ຫວຽດນາມ. ພ້ອມ​ດຽວກກັນ​ນີ້, ສອງ​ຝ່າຍຍັງ​ໄດ້​ເປັນ​ເອກະ​ພາບ​ ຕໍ່​ມາດ​ຕະການ​ບຸກທະລຸ​ ເພື່ອ​ຊຸກຍູ້​ການຈັດ​ຕັ້ງ​ປະຕິບັດ ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳຂັ້ນ​ສູງລາວ-ຫວຽດນາມ, ສືບ​ຕໍ່​ປະສານ​ສົມທົບ​ກັນ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ກິດຈະກຳ​ ສຳຄັນ​ເພື່ອ​ສະ​ເຫລີ​ມສະຫລອງ “ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ 2017” ໃຫ້​ເປັນ​ຂະ​ບວນຟົດ​ຟື້ນ.

​ໃນກອງ​ປະຊຸມ​ຄັ້ງ​ນີ້ ສອງ​ຝ່າຍ​ຍັງໄດ້ພ້ອມ​ກັນ​​ຕີ​ລາຄາ​ ສະພາບ​ການ​ຮ່ວມ​ມື​ລະຫວ່າງສອງ​ກະຊວງ ຕາມຂໍ້ຕົກລົງວ່າ​ດ້ວຍການ​ຮ່ວມ​ມື​ໄລຍະ 2016-2017 ເຊິ່ງເຫັນວ່າທັງ​ສອງ​ຝ່າຍ​ໄດ້ບັນລຸ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ອັນ​ພົ້ນ​ເດັ່ນ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ ​ວຽກງານ​ການ​ເປັນ​ເສນາ​ທິການ ​ໃຫ້​ແກ່​ລັດຖະບານຂອງ​ແຕ່ລະ​ປະ​ເທດ​ ໃນ​ການພັດທະນາ​ເສດຖະກິດ-​ສັງຄົມ ​​ແຕ່ລະ​ໄລຍະ ​ແລະ ​ການຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທະວິ​ພາຄີ, ການ​ຜັນ​ຂະຫຍາຍ ​ແລະ​ ຈັດຕັ້ງປະຕິບັດ​​ຂໍ້​ຕົກລົງ​ວ່າ​ດ້ວຍ​ແຜນການຮ່ວມ​ມື​ລາວ-ຫວຽດນາມ​ປະຈຳ​ປີ 2016 ຢ່າງ​ມີ​ປະສິດທິ​ຜົນ, ການ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ ລາວ-ຫວຽດນາມ​ ໄລຍະ 2016-2020 ​ແລະ ມະຕິ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ລະຫວ່າງ​ ລັດຖະບານ ລາວ ​ແລະ​ ລັດຖະບານ ຫວຽດນາມ ຄັ້ງທີ 39. ຜົນສຳ​ເລັດ​ດັ່ງກ່າວ ​ເປັນ​ການປະກອບສ່ວນ​ເຂົ້າ ​ໃນ​ການ​ເພີ່ມ​ທະວີ ​ແລະ​ ເສີມ​ຂະຫຍາຍການ​ພົວພັນ​ຮ່ວມ​ມື​ລາວ-ຫວຽດນາມ ​ທີ່ເປັນ​ມູນ​ເຊື້ອ​ໃຫ້​ແໜ້ນແຟ້ນຍິ່ງ​ໆ​ຂຶ້ນ.

​ໃຫ້ກຽດ​ເປັນ​ປະທານ​ຮ່ວມ ​​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ​ໂດຍ​ແມ່ນ​ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ ​ແລະ ທ່ານ​ ຫງວຽນ ຈີ່ ຢຸ້ງ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ສສ ຫວຽດນາມ, ມີ​ພະນັກງານ​ວິຊາ​ການ ​ທັງສອງພາກສ່ວນເຂົ້າ​ຮ່ວມ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...