Homeຂ່າວຕ່າງປະເທດຟ້າຜ່າມໍລະນະຢູ່ອິນເດຍ ມີລາຍງານຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 35 ຄົນ ບາດເຈັບອີກເກືອບ 20 ຄົນ

ຟ້າຜ່າມໍລະນະຢູ່ອິນເດຍ ມີລາຍງານຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 35 ຄົນ ບາດເຈັບອີກເກືອບ 20 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາງານໃນວັນທີ 1 ສິງຫາຜ່ານມານີ້ວ່າ ເກີດເຫດຟ້າຝ່າຫລາຍຄັ້ງ ຈາກອິດທິພົນຂອງພາຍຸຝົນຟ້າຄະນອງ ທີ່ຕົກລົງມາຢ່າງໜັກ ແລະ ຕໍ່ເນື່ອງ ຢູ່ລັດໂອຣິສາ ທາງພາກກາງຂອງປະເທດອິນເດຍ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຈາກຟ້າຜ່າແລ້ວ ຢ່າງໜ້ອຍ 35 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 18 ຄົນ.

ທັງນີ້ ປະເທດອິນເດຍ ມີລາຍງານຄົນເສຍຊີວິດຈາກການຖືກຟ້າຜ່າ ຫລາຍຮ້ອຍຄົນໃນແຕ່ລະປີ ໂດຍສ່ວນຫລາຍເກີດຂຶ້ນໃນໄລຍະເດືອນພຶດສະພາເຖິງເດືອນກັນຍາ ຊຶ່ງເປັນໄລຍະລະດູມໍລະສຸມ, ອີງຕາມຂໍ້ມູນຈາກກົມອຸຕຸນິຍົມວິທະຍາອິນເດຍ ລະບຸວ່າ ເມື່ອປີ 2016 ທີ່ຜ່ານມາ ມີຜູ້ເສຍຊີວິດຈາກຟ້າຜ່າໃນຂອບເຂດທົ່ວປະເທດ ທັງໝົດ 415 ຄົນ.

 

 

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...