Homeຂ່າວຕ່າງປະເທດຄົນຮ້າຍກໍ່ເຫດໂຈມຕີມັດສະຍິດ ຢູ່ປະເທດອັບການິສະຖານ ມີຜູ້ເສຍຊີວິດຫລາຍກວ່າ 20 ຄົນ

ຄົນຮ້າຍກໍ່ເຫດໂຈມຕີມັດສະຍິດ ຢູ່ປະເທດອັບການິສະຖານ ມີຜູ້ເສຍຊີວິດຫລາຍກວ່າ 20 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ສິງຫານີ້ວ່າ ເກີດເຫດຄົນຮ້າຍໂຈມຕີດ້ວຍລະເບີດຂ້າຕົວຕາຍ ໃ່ສ່ມັດສະຍິດຊາວມຸດສະລິມ ນິກາຍຊີອະ ແຫ່ງໜຶ່ງໃນເມືອງເຮຣັດ ທາງພາກຕາເວັນຕົກຂອງປະເທດອັບການິສະຖານ ເມື່ອວັນທີ 1 ສິງຫາຜ່ານມານີ້ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ຫລາຍກວ່າ 20 ຄົນ ແລະ ບາດເຈັບອີກຫລາຍກວ່າ 30 ຄົນ, ເຈົ້າໜ້າທີ່ທາງການທ້ອງຖິ່ນໄດ້ລະບຸວ່າ ຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບທັງໝົດ ກຳລັງສະແຫວງບຸນໃນມັດສະຍິດ ໃນຂະນະທີ່ມີຄົນຮ້າຍຈູດລະເບີດຂ້າຕົວຕາຍ.

ຍັງບໍ່ທັນມີກຸ່ມໃດອອກມາອ້າງຄວາມຮັບຜິດຊອບ ຕໍ່ກັບເຫດໂຈມຕີດັ່ງກ່າວນີ້ເທື່ອ, ທັງນີ້ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ມີລາຍງານພົນລະເຮືອນອັບການິສະຖານ ເສຍຊີວິດຈາກສະຖານະການຄວາມຮຸນແຮງຕ່າງໆພາຍໃນປະເທດແລ້ວ ຫລາຍກວ່າ 1,700 ຄົນ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...