ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ຢ້ຽມຢາມ ສສ ຫວຽດນາມ

 

ໂດຍຕອບສະໜອງຕາມຄຳເຊີນ ຂອງສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກ

ກອມມູນິດຫວຽດນາມ, ສະຫາຍ ຈູມ ມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ

ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຂັ້ນສູງຂອງ

ລາວໄດ້ຢ້ຽມຢາມ ສສ ຫວຽດນາມ ແຕ່ວັນ ທີ 18-21 ສິງຫາ 2014.

 

meeting

 

ຮ່ວມເດີນທາງໄປຢ້ຽມຢາມຫວຽດນາມໃນຄັ້ງນີ້ມີ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ,

ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີວ່າການກະຊວງການຕ່າງປະ

ເທດ; ສະຫາຍ ຈັນສີ ໂພສີຄຳ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ສະຫາຍ ຄຳພັນ ພົມມະ

ທັດກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ,

ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ສະ

ຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.

 

ໃນໄລຍະຢູ່ຢ້ຽມຢາມ, ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາພັກປະຊາຊົນປະຕິ

ວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ພົບປະກັບສະຫາຍ ຫງວຽນ ຟູ ຈ້ອງ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ພົບປະກັບສະຫາຍ ເຈືອງ ເຕິນ ຊາງ

ກໍາມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ. ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈ

ມິດຕະພາບອັນດູດດື່ມ, ຄວາມສາມັກຄີແບບພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນນັ້ນ, ສອງຝ່າຍ

ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ຕີລາຄາກ່ຽວກັບການພົວ

ພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະທີ່ຜ່ານມາ ແລະ ພ້ອມກັນປຶກສາຫາລືກ່ຽວ ກັບທິດທາງການເພີ່ມທະວີ

ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມໃນຕໍ່ໜ້າ; ນອກ

ນັ້ນການນຳຂອງສອງປະເທດຍັງໄດ້ມີການແລກປ່ຽນຄຳ ຄິດເຫັນ ແລະ ຕີລາຄາກ່ຽວກັບສະພາບການ ພາກພື້ນ

ແລະ ສາກົນຈຳນວນໜຶ່ງທີ່ສອງຝ່າຍສົນໃຈນຳກັນ.

 

ສະຫາຍ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ໄປຢ້ຽມຢາມ ສສ ຫວຽດນາມ ແລະ ໄດ້ມີໂອກາດ

ພົບປະກັບບັນດາເພື່ອນມິດ, ສະຫາຍອ້າຍນ້ອງຜູ້ສະໜິດສະໜົມຂອງປະຊາຊົນລາວ ອີກເທື່ອຫນຶ່ງ ໄດ້ສະແດງ

ຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ແລະ ສະຫາຍປະທານປະເທດ

ເຈືອງ ເຕິນ ຊາງ, ບັນດາສະຫາຍການນຳຂັ້ນສູງພັກ, ລັດຫວຽດນາມ, ອົງຄະນະພັກ, ອຳນາດການປົກຄອງພ້ອມ

ດ້ວຍປະຊາຊົນຊາວນະຄອນ ໂຮ່ຈິມິງ ແລະ ແຂວງເລິມດົ່ງທີ່ໄດ້ໃຫ້ການຕ້ອນຮັບອັນສະໜິດສະໜົມ ອົບອຸ່ນ ແລະ

ເຕັມໄປດ້ວຍໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງ,

ສໍາຄັນ ແລະ ມີຄວາມໝາຍປະຫວັດສາດ ທີ່ພັກ, ລັດ ແລະ ປະ ຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ໃນພາລະ

ກິດແຫ່ງການປ່ຽນແປງໃໝ່ ເຊິ່ງເປັນກຳລັງໃຈອັນແຮງກ້າໃຫ້ແກ່ປະຊາຊົນລາວ ໃນພາລະກິດປົກປັກຮັກສາ

ແລະ ສ້າງສາປະເທດຊາດຂອງລາວ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດ

ສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ປະຕິບັດບັນດາເປົ້າໝາຍທີ່

ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກອມມູນິດຫວຽດນາມວາງອອກ ຢ່າງມີຜົນສຳເລັດອັນຈົບງາມ; ສະຫາຍ

ຈູມມາລີ ໄຊຍະສອນ ຍັງໄດ້ຕີລາ ຄາສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດລະຫວ່າງ

ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງ

ເລິກ, ມີປະສິດທິຜົນ ແລະ ແທດເຫມາະຕົວຈິງໃນທຸກຂົງເຂດ; ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ

ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ

ແລະ ໝົດຈິດໝົດໃຈແກ່ພັກ, ລັດ ແລະ ປະຊາຊົນລາວ ໃນເມື່ອກ່ອນກໍຄືໃນປັດຈຸບັນ; ພ້ອມທັງຢືນຢັນວ່າເຖິງ

ວ່າຈະຢູ່ໃນສະຖານະການອັນໃດກໍຕາມ, ສປປ ລາວ ກໍຈະເຮັດສຸດຄວາມສາມາດຂອງຕົນພ້ອມກັບ ສສ ຫວຽດ

ນາມເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວຄວາມສາມັກຄີພິເສດນັ້ນ ໃຫ້ນັບມື້ນັບມີປະສິດທິຜົນເພື່ອ

ຄວາມວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອພາລະກິດສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ

ການພັດທະນາຢູ່ ໃນພາກພື້ນ ແລະ ໃນໂລກ.

 

ສະຫາຍເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງ ແລະ ສະຫາຍປະທານ ປະເທດ ເຈືອງ ເຕິນ ຊາງ ຕີລາຄາສູງການຢ້ຽມ

ຢາມ ສສ ຫວຽດ ນາມ ຂອງສະຫາຍ ຈູມມາລີໄຊຍະສອນ ເລຂາທິການ ໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະ

ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນບັນດາຜົນສໍາເລັດອັນໃຫຍ່ຫຼວງ, ສຳຄັນ, ຮອບດ້ານທີ່ພັກ, ລັດ ແລະ

ປະຊາຊົນລາວອ້າຍນ້ອງຍາດມາໄດ້ໃນໄລຍະທີ່ຜ່ານມາ, ສະແດງຄວາມເຊື່ອໝັ້ນວ່າ ພາຍ ໃຕ້ການນຳພາອັນຖືກ

ຕ້ອງຂອງພັກ ປປ ລາວ, ປະຊາຊົນລາວ ອ້າຍນ້ອງຈະສາມາດຜ່ານຜ່າບັນດາຂໍ້ຫຍຸ້ງຍາກ, ປະຕິບັດບັນດາມະຕິກອງ

ປະຊຸມໃຫຍ່ຄັ້ງທີ IX ຂອງພັກ ປປ ລາວ ວາງອອກ ແລະ ແຜນພັດທະນາເສດຖະກິດແຫ່ງຊາດ 5 ປີ ຄັ້ງທີ VII ໃຫ້ມີ

ຜົນສໍາເລັດ, ດຳເນີນກອງຊຸມໃຫຍ່ 3 ຂັ້ນເພື່ອກ້າວໄປສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X

ຂອງພັກ ປປ ລາວ ໃນຕໍ່ໜ້າ; ບັນດາສະຫາຍ ການນຳຂັ້ນສູງ ທັງຢູ່ສູນກາງ ແລະ ທ້ອງຖິ່ນຂອງ ສສ ຫວຽດນາມ

ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ

ຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ທີ່ນັບມື້ນັບ ໄດ້ຮັບການເສີມຂະຫຍາຍເຂົ້າສູ່

ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດອັນເປັນການປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນພາລະ

ກິດແຫ່ງການປ່ຽນແປງໃໝ່, ການປົກປັກຮັກ ແລະ ສ້າງສາປະເທດຊາດຂອງສອງປະເທດ; ສະແດງຄວາມຂອບ

ໃຈຕໍ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າໃນພາລະກິດປົດ

ປ່ອຍຊາດ ແລະ ທ້ອນໂຮມປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກ

ປັກຮັກສາປະເທດຊາດຫວຽດນາມ ໃນປັດຈຸບັນ.

 

ນອກນັ້ນ, ສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່, ປະທານປະເທດໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ

ສະຫາຍ ເລ ແທງ ຫາຍ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະພັກນະຄອນ ໂຮ່

ຈີ່ມິງ ແລະ ສະຫາຍ ຫງວຽນ ຊວັນ ຕ້ຽນ, ກຳມະການສູນກາງພັກ, ຮອງເລຂາພັກ, ປະທານຄະນະກຳມະການປະຊາ

ຊົນ ແຂວງເລິມດົ່ງ, ຢ້ຽມຢາມພື້ນຖານການຜະລິດ ແລະ ວັດທະນະທຳຈຳນວນໜຶ່ງຂອງນະຄອນໂຮ່ຈິມິນ ແລະ

ແຂວງເລິມດົ່ງ.

 

ການມາຢ້ຽມຢາມ ສສ ຫວຽດນາມ ຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດ

ຕະພາບທີ່ມີມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ

ສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນຍິ່ງໆຂຶ້ນກວ່າເກົ່າ.

 

ແຫຼ່ງຂ່າວ: ລາວພັດທະນາ