spot_img
Homeຂ່າວພາຍ​ໃນປະທານສະພາລົງຕິດຕາມ ເບິ່ງການເຈະອຸມົງລົດໄຟ ລາວ-ຈີນ ຢູ່ຫລວງພະບາງ

ປະທານສະພາລົງຕິດຕາມ ເບິ່ງການເຈະອຸມົງລົດໄຟ ລາວ-ຈີນ ຢູ່ຫລວງພະບາງ

Published on

ວັນທີ 31 ກໍລະກົດ 2017 ນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ, ທ່ານ ສາຍສະໝອນ ຄົມທະວົງ ປະທານສະພາ ປະຊາຊົນແຂວງ ຫລວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວລົງຢ້ຽມຢາມ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່​ເຂດກໍ່ສ້າງ ບ້ານພອນໄຊ ເມືອງຫລວງພະບາງ.

ການລົງຢ້ຽມຢາມຄັ້ງນີ້, ທ່ານ ຄອງສົງ ຜູ້ຮັບຜິດຊອບວຽກງານເຕັກນິກ ປະຈຳພາກສະໜາມ ບໍລິສັດເລກ ສປ ຈີນ ໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດ ການເຈາະອຸມົງ ​ໃນບ້ານພອນໄຊ ຕໍ່ ປະທານສະພາ ໄດ້ຮັບຊາບ​ວ່າ: ອຸມົງດັ່ງກ່າວ ມີຄວາມຍາວ 3.487 ແມັດ ໄດ້ເລີ່ມການກໍ່ສ້າງ ນັບແຕ່ເດືອນເມສາ ປີ 2017 ເປັນຕົ້ນມາ ໂດຍເຈາະ ເບື້ອງພ້ອມກັນ. ສຳລັບເບື້ອງທາງເຂົ້າ ເຂດບ້ານພອນໄຊ ສາມາດເຈາະເຂົ້າໄປໄດ້ 70 ແມັດ, ສ່ວນເບື້ອງທາງອອກ ເຂດບ້ານພິກໃຫຍ່ ເຈາະເຂົ້າໄດ້ 65 ແມັດ ພາຍຫລັງເຈາະແລ້ວ ແມ່ນໃຊ້ເບຕົງ ແລະ ຊີມັງອັດ​ແໜ້ນ ເພື່ອໃຫ້ມີຄວາມແຂງແກ່ນບໍ່ໃຫ້ດິນຍຸບ ແລະ ປອດໄພໃນການກໍ່ສ້າງ, ການ​ຕີ​ລາຄາ​ເບື້ອງ​ຕົ້ນ​ພົບ​ວ່າ ອຸມົງ​ດັ່ງກ່າວ ຈະມີອາຍຸການນຳໃຊ້ໄດ້ປະມານ 100 ປີ ​ແລະ ​ໂຄງ​ກໍ່ສ້າງ​ທາງ​ລົດ​ໄຟ ຈະໃຫ້ສຳເລັດໃນ ເດືອນພຶດສະພາ ປີ 2020.

ໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຢ້ຽມຢາມການກໍ່ສ້າງ ຂົວຂ້າມນ້ຳຂອງ ເຂດດັ່ງກ່າວ ພ້ອມທັງຮັບຟັງ ການລາຍງານການກໍ່ສ້າງ ຈາກຄະນະຮັບຜິດຊອບ ວຽກງານເຕັກນິກ ປະຈຳພາກສະໜາມ ບໍລິສັດເລກ ສປ ຈີນ ຕື່ມອີກ.

 

ຂຽນຂ່າວໂດຍ: ແຫຼ້ ສຸລິນພອນ (ສຳນັກຂ່າວສານປະເທດລາວ)

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...