Homeຂ່າວການພັດທະນາປະທານສະພາແຫ່ງຊາດ ລົງຕິດຕາມການເຈະອຸບມົງລົດໄຟ ລາວ-ຈີນ ຢູ່ແຂວງຫລວງພະບາງ

ປະທານສະພາແຫ່ງຊາດ ລົງຕິດຕາມການເຈະອຸບມົງລົດໄຟ ລາວ-ຈີນ ຢູ່ແຂວງຫລວງພະບາງ

Published on

ຂປລ. ວັນທີ 31 ກໍລະກົດ 2017 ນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ, ທ່ານ ສາຍສະໝອນ ຄົມທະວົງ ປະທານສະພາປະຊາຊົນ ແຂວງຫລວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວລົງຢ້ຽມຢາມ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢູ່​ເຂດກໍ່ສ້າງ ບ້ານພອນໄຊ ເມືອງຫລວງພະບາງ.

ການລົງຢ້ຽມຢາມຄັ້ງນີ້, ທ່ານ ຄອງສົງ ຜູ້ຮັບຜິດຊອບວຽກງານເຕັກນິກ ປະຈຳພາກສະໜາມ ບໍລິສັດເລກ 8 ສປ ຈີນ ໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດ ການເຈາະອຸມົງ ​ໃນບ້ານພອນໄຊ ຕໍ່ ປະທານສະພາ ໄດ້ຮັບຊາບ​ວ່າ: ອຸມົງດັ່ງກ່າວ ມີຄວາມຍາວ 3.487 ແມັດ ໄດ້ເລີ່ມການກໍ່ສ້າງ ນັບແຕ່ເດືອນເມສາ ປີ 2017 ເປັນຕົ້ນມາ ໂດຍເຈາະ 2 ເບື້ອງພ້ອມກັນ. ສຳລັບເບື້ອງທາງເຂົ້າ ເຂດບ້ານພອນໄຊ ສາມາດເຈາະເຂົ້າໄປໄດ້ 70 ແມັດ, ສ່ວນເບື້ອງທາງອອກເຂດບ້ານພິກໃຫຍ່ ເຈາະເຂົ້າໄດ້ 65 ແມັດ ພາຍຫລັງເຈາະແລ້ວ ແມ່ນໃຊ້ເບຕົງ ແລະ ຊີມັງອັດ​ແໜ້ນ ເພື່ອໃຫ້ມີຄວາມແຂງແກ່ນ, ບໍ່ໃຫ້ດິນຍຸບ ແລະ ປອດໄພໃນການກໍ່ສ້າງ, ການ​ຕີ​ລາຄາ​ເບື້ອງ​ຕົ້ນ​ພົບ​ວ່າ ອຸມົງ​ດັ່ງກ່າວ ຈະມີອາຍຸການນຳໃຊ້ໄດ້ປະມານ 100 ປີ ​ແລະ ​ໂຄງ​ກໍ່ສ້າງ​ທາງ​ລົດ​ໄຟ ຈະໃຫ້ສຳເລັດໃນ ເດືອນພຶດສະພາປີ 2020.

ໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຢ້ຽມຢາມການກໍ່ສ້າງ ຂົວຂ້າມນ້ຳຂອງ ເຂດດັ່ງກ່າວ ພ້ອມທັງຮັບຟັງ ການລາຍງານການກໍ່ສ້າງ ຈາກຄະນະຮັບຜິດຊອບ ວຽກງານເຕັກນິກ ປະຈຳພາກສະໜາມ ບໍລິສັດເລກ 8 ສປ ຈີນ ຕື່ມອີກ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...