spot_img
Homeຂ່າວເຫດການລາວ-ຈີນ ເພີ່ມທະວີການຮ່ວມມື ວຽກງານໄອຍະການປະຊາຊົນ

ລາວ-ຈີນ ເພີ່ມທະວີການຮ່ວມມື ວຽກງານໄອຍະການປະຊາຊົນ

Published on

ການພົບປະສອງຝ່າຍລະຫວ່າງຄະນະຜູ້ແທນ ອົງການໄອຍະການປະຊາຊົນສູງ ສຸດແຫ່ງ ສປປ ລາວ ນຳໂດຍທ່ານ ຄຳ ສານ ສຸວົງ ກຳມະການສູນກາງພັກ, ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ແລະ ຄະນະຜູ້ແທນອົງ ການ ໄອຍະການປະຊາຊົນສູງ ສຸດແຫ່ງ ສປ ຈີນ ນຳໂດຍທ່ານ ຈ່າງ ເຕີ ລີ ຮອງຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ແຫ່ງ ສປ ຈີນ, ໄດ້ມີຂຶ້ນໃນວັນທີ 22 ສິງຫາຜ່ານ ມານີ້, ຢູ່ໂຮງ ແຮມລາວພລາຊາ, ນະຄອນຫລວງວຽງຈັນ ເພື່ອເພີ່ມທະວີການຮ່ວມມື ກັບເພື່ອນມິດຍຸດທະສາດ ລວມເຖິງແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການເຄື່ອນໄຫວວຽກງານ ໃນຂົງເຂດໄອຍະການຂອງ ສອງປະເທດ, ພ້ອມທັງແລກປ່ຽນຄວາມເຫັນ ບັນຫາພາກພື້ນທີ່ທັງສອງຝ່າຍມີຄວາມສົນໃຈ.

ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ຮ່ວມກັນລົງນາມ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າເປັນຕົ້ນ: ເພີ່ມທະວີການແລກປ່ຽນຄະນະຜູ້ແທນສອງຝ່າຍຢ່າງຕັ້ງໜ້າ ແລະ ເປັນປົກກະຕິ, ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປ ຈີນ ເຫັນດີຮັບເອົາ ພະນັກງານໄອຍະການປະຊາຊົນລາວ ຈຳນວນໜຶ່ງໄປຝຶກອົບຮົມຢູ່ ສປ ຈີນ ກ່ຽວກັບການຮ່ວມມື ດ້ານ ຍຸຕິທຳເພື່ອຕ້ານອາຊະຍາກຳຂ້າມຊາດ, ການດຳເນີນຄະດີອາຍາ, ຄະດີແພ່ງ ແລະ ບັນຫາອື່ນໆ ໃນສົກປີ 2015-2016;ອົງການໄອຍະການປະຊາຊົນສູງສຸດແຫ່ງ ສປ ຈີນ ເຫັນດີໃຫ້ການຊ່ວຍເຫລືອ ອຸປະກອນເຕັກນິກຈຳນວນໜຶ່ງ ໃຫ້ແກ່ຝ່າຍລາວ ເພື່ອນຳໃຊ້ເຂົ້າໃນວຽກງານໄອຍະການ; ສືບຕໍ່ຊຸກຍູ້ສົ່ງເສີມ ການພົວພັນຮ່ວມມື ກັນລະຫວ່າງອົງການໄອຍະການປະຊາຊົນ ແຂວງພາກເໜືອຂອງລາວ ແລະ ອົງການໄອຍະການປະຊາຊົນ ແຂວງຢູນນານ ສປ ຈີນ ທີ່ເຄີຍປະຕິບັດກັນມານັ້ນເຂົ້າສູ່ລວງ ເລິກ ແລະ ມີປະສິດທິຜົນດີຂຶ້ນ. ສອງຝ່າຍເຫັນດີແລກປ່ຽນຂໍ້ມູນຂ່າວສານກ່ຽວກັບກົດໝາຍ, ນິຕິກຳ ແລະ ປຶ້ມວາລະສານ ກົດໝາຍທີ່ຕິດພັນກັບ ວຽກງານໄອຍະການຂອງສອງປະເທດເພື່ອເປັນພື້ນຖານ ໃຫ້ແກ່ການຄົ້ນຄວ້າ ແລະ ຮັບໃຊ້ໃຫ້ແກ່ການ ພົວພັນຮ່ວມມືຂອງສອງຝ່າຍດີຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວໄດ້ໃຫ້ຮູ້ຕື່ມວ່າ: ຕອນບ່າຍຂອງວັນທີ 22 ສິງຫາ, ທ່ານ ຈ່າງ ເຕີ ລີຮອງຫົວໜ້າອົງການໄອຍະການປະຊາຊົນສູງ ສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານຮອງນາຍົກລັດຖະມົນຕີ ອາຊາງ ລາວລີຢູ່ຫ້ອງວ່າການລັດຖະ ບານ, ເຊິ່ງທ່ານຮອງນາຍົກ, ໄດ້ສະແດງຄວາມຕ້ອນຮັບອັນອຸ່ນ ແລະ ສະໜິດສະໜົມຕໍ່ທ່ານຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດພ້ອມດ້ວຍຄະນະທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳ ຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນອັນມີມູນເຊື້ອມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດລາວ-ຈີນ ເວົ້າສະເພາະແມ່ນການພົວພັນ ຮ່ວມມືລະຫວ່າງສອງອົງການໄອຍະການປະຊາຊົນ ລາວ-ຈີນ, ຈີນ-ລາວໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງໄດ້ຊີ້ນຳໃຫ້ທັງສອງອົງການ ໄອຍະການປະຊາຊົນສືບຕໍ່ ເສີມຂະຫຍາຍການພົວພັນຮ່ວມມື ໃນຂົງເຂດຍຸຕິທຳໃຫ້ເຂົ້າສູ່ລວງເລິກ ແລະ ປະສົບຜົນສຳເລັດຫລາຍຂຶ້ນກວ່າເກົ່າ.

ຂໍຂອບໃຈຂ່າວຈາກ http://laophatthananews.blogspot.com/2014/08/blog-post_931.html

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...