Homeຂ່າວການພັດທະນານ.ວ ເຊັນ MOU ໃຫ້ກຸ່ມບໍລິສັດພົງສະຫວັນ ພັດທະນາເຂດນິຄົມອຸດສາຫະກຳ ຫລັກ 21

ນ.ວ ເຊັນ MOU ໃຫ້ກຸ່ມບໍລິສັດພົງສະຫວັນ ພັດທະນາເຂດນິຄົມອຸດສາຫະກຳ ຫລັກ 21

Published on

ອົງການປົກຄອງນະຄອນຫຼວງວຽງຈັນ ເຊິ່ງຕາງໜ້າໂດຍ ພະແນກແຜນການ ແລະ ການລົງທຶນນະຄອນຫຼວງ ແລະ ກຸ່ມ ບໍລິສັດ ພົງສະຫວັນ ຈຳກັດ. ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເກັບກຳຂໍ້ມູນ, ອອກແບບ ແລະ ສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການຕ່າງໆ ຢູ່ເຂດນິຄົມອຸດສາຫະກຳ ນະຄອນຫຼວງວຽງຈັນ. ພິທີເຊັນບົດບັນທຶກດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດຜ່ານມານີ້ ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ພູຂົງ ບັນນະວົງ ຫົວໜ້າ ພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ແລະ ທ່ານ ເທດລະຄອນ ດວງສົນທິ ຮອງປະທານຜູ້ປະຈຳການ ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໂດຍຊ້ອງໜ້າທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ທ່ານ ອ໋ອດ ພົງສະຫວັນ ປະທານກິດຕິມະສັກ ກຸ່ມບໍລິສັດ ພົງສະຫວັນ ຊຶ່ງມີບັນດາແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນເພື່ອເກັບກຳຂໍ້ມູນ, ສຳຫຼວດ ອອກແບບ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການຕ່າງໆໃນເຂດນິຄົມອຸດສາຫະກຳ ຫຼັກ 21 ນະຄອນຫຼວງວຽງຈັນ ແລະ ຈະໃຊ້ເວລາຢູ່ 8 ເດືອນໃນການສຳຫຼວດຄວາມເປັນໄປໄດ້ ພາຍຫຼັງເຊັນລົງນາມບົດບັນທຶກ. ຫຼັງຈາກນັ້ນ ຈະສືບຕໍ່ດຳເນີນການສຳປະທານທີ່ດິນ ແລະ ແຜນການຊົດເຊີຍ ເພື່ອກ້າວໄປສູ່ການກໍ່ສ້າງໂຄງການຕ່າງໆ ອີງຕາມການສຳຫຼວດອອກແບບໂຄງການ ໃນເຂດນິຄົມອຸດສາຫະກຳນະຄອນຫຼວງ ໃນເບື້ອງຕົ້ນ ຈະເນັ້ນໃສ່ສຶກສາຄວາມເປັນໄປ ໃນທີ່ດິນຈຳນວນ 300 ເຮັກຕາ ທີ່ຈະດຳເນີນການລົງທຶນໂດຍ ກຸ່ມບໍລິສັດພົງສະ ຫວັນ. ຫຼັງຈາກນັ້ນ ກໍຈະສຶກສາຄວາມເປັນໄປໄດ້ ໃນການພັດທະນາພື້ນທີ່ດິນເພີ່ມອີກຈຳນວນ 1.000 ເຮັກຕາ ຮ່ວມກັບ ອົງການປົກຄອງນະຄອນຫຼວງ ເພື່ອພ້ອມກັນພັດທະນາ. ເບື້ອງຕົ້ນແມ່ນເລັ່ງໃສ່ພື້ນຖານໂຄງລ່າງ ຕາມທິດຊີ້ນຳຂອງນະຄອນຫຼວງ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດກໍ ປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດ – ສັງຄົມຂອງລັດຖະບານແຫ່ງ ສປປ ລາວ ແລະ ເປົ້າໝາຍລຶບລ້າງຄວາມທຸກຍາກຂອງລັດຖະບານລາວ ພາຍໃນປີ 2020 ໄດ້ຮັບຜົນສຳເລັດ. ນອກນີ້, ໂຄງການພັດທະນາເຂດນິຄົມອຸດສາຫະກຳດັ່ງກ່າວນີ້ ຍັງຈະແນໃສ່ປະກອບສ່ວນຢ່າງຕັ້ງໜ້າ ໃນການບັນລຸເປົ້າໝາຍຫຼຸຸດພົ້ນອອກ ຈາກລາຍຊື່ປະເທດດ້ອຍພັດທະນາພາຍໃນປີ 2020 ນີ້.

 

ແຫລ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...