Homeຂ່າວທ້ອງຖິ່ນຜູ້ປະສົບເຫດອັກຄີໄພ ຢູ່ບ້ານອາຊິງໃຕ້ ໄດ້ຮັບການຊ່ວຍເຫລືອຕື່ມອີກ

ຜູ້ປະສົບເຫດອັກຄີໄພ ຢູ່ບ້ານອາຊິງໃຕ້ ໄດ້ຮັບການຊ່ວຍເຫລືອຕື່ມອີກ

Published on

ຂປລ. ປະຊາຊົນບ້ານອາຊິງໃຕ້ ເມືອງສະໝ້ວຍ ແຂວງສາລະວັນ ທີ່ປະສົບອັກຄີໄພ ຍັງໄດ້ຮັບການຊ່ວຍເຫລືອຢ່າງຕໍ່ເນື່ອງ ຈາກຫລາຍພາກສ່ວນທັງພາກລັດ, ເອກະຊົນ, ບໍລິສັດ, ຫ້າງຮ້ານຕ່າງໆທັງພາຍ ໃນແຂວງ, ຕ່າງແຂວງ​ໃນທົ່ວປະເທດ ​ໂດຍ​ສະ​ເພາະ ​ແມ່ນເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ເຄື່ອງຄົວເຮືອນ ແລະ ອື່ນໆ ​ເພື່ອ​ຊ່ວຍ​ບັນ​ເທົ່າ​ທຸກ​ ແກ່​ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໃນ​ຄັ້ງ​ນີ້.​

ໃນທ້າຍ​ອາທິດ​ຜ່ານ​ມາ ຢູ່​ຫ້ອງການ​ປົກຄອງ ​ເມືອງ​ສະ​ໝ້ວຍ ບໍລິສັດຈະເລີນສະຫວັນ ກໍ່ສ້າງຂົວທາງຈຳກັດ ຮ່ວມກັບ ສິດເກົ່າໂຮງຮຽນອຸດົມເອກ 4 ແຂວງສະຫວັນນະເຂດ ແລະ ທະນາຄານຮ່ວມ ພັດທະນາ (JDB) ໜ່ວຍບໍລິການສາລະວັນ ກໍ​ໄດ້ນຳ​ເອົາເຄື່ອງ ແລະ ເງິນຊ່ວຍເຫລືອ​ເປັນ​ຕົ້ນ​ ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ເຄື່ອງຄົວເຮືອນ ແລະ ອື່ນໆ ລວມມູນ​ຄ່າ 24 ລ້ານກວ່າກີບ, ທະນາຄານ ຮ່ວມພັດທະນາ ໜ່ວຍບໍລິການ ແຂວງສາລະວັນ ກໍໄດ້ມອບເງິນ 5 ລ້ານກີບ ​ແລະ ​ກຸ່ມ​ຕ່າງໆ​ຈາກ​​ແຂວງ​ສະຫວັນ​ນະ​ເຂດ ກໍ​ໄດ້​ມອບ​ເຄື່ອງ​ຊ່ວຍ​ເຫລືອ​ ລວມມູນ​ຄ່າ​ 38 ລ້ານ​ກວ່າ​ກີບ ​ແລະ ​ເງິນ​ຈຳນວນ​ໜຶ່ງ​ມອບ​ໃຫ້ ​ປະຊາຊົນ​ແຕ່​ລະ​ຄອບຄົວ. ໂດຍມອບ​ຜ່ານ​ ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງໆສາລະວັນ, ປະທານຄະນະ​ກໍາມະການຕ້ານແລ້ງ ຕ້ານຖ້ວມຂັ້ນແຂວງ. ຈາກນັ້ນ, ກໍໄດ້ຈັດແບ່ງໃຫ້ແຕ່ ລະຄອບຄົວ ທີ່ປະສົບເຄາະຮ້າຍ ຈຳນວນ 37 ຄອບຄົວ ເພື່ອໃຫ້ເຂົາເຈົ້າບັນເທົາ ຊີວິດການເປັນຢູ່ ໂດຍສະເພາະ ຢູ່ໃນໄລຍະພື້ນຟູບ້ານດັ່ງກ່າວອີກດ້ວຍ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...