spot_img
Homeຂ່າວພາຍ​ໃນທ່ານ​ນາຍົກລັດຖະມົນຕີລົງຊຸກຍູ້​ການ​ຜະລິດ​ທີ່​ເມືອງ​ນາ​ຊາຍທອງ

ທ່ານ​ນາຍົກລັດຖະມົນຕີລົງຊຸກຍູ້​ການ​ຜະລິດ​ທີ່​ເມືອງ​ນາ​ຊາຍທອງ

Published on

ໃນ​ວັນ​ທີ 27 ກໍລະກົດ 2017 ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ພ້ອມ​ດ້ວຍບັນດາ​ລັດຖະມົນຕີ-ຮອງ​ລັດຖັດມົນຕີ,​ ບັນດາກົມ​ກອງ, ຫ້ອງການ ຈາກ​ສຳນັກງານ​ນາຍົກລັດຖະມົນຕີ ​ແລະ ກະຊວງ​ອ້ອມ​ຂ້າງ​ ໄດ້​ເດີ່ນ​ທາງ​ໄປ​ຢ້ຽມຢາມ ​ແລະ ຊຸກຍູ້​ບັນດາ​ຫົວໜ່ວຍການ​ຜະລິດ ຢູ່​ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງວຽງຈັນ ​ເຊິ່ງມີ​ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າຄອງ​ນະຄອນຫຼວງວຽງຈັນ, ທ່ານ​ເຈົ້າ​ເມືອງໆນາ​ຊາຍ​ທອງ ​ແລະ ບັນດາພະ​ແນກການ​ທີ່​ກ່ຽວຂ້ອງ ​​ໃຫ້ການ​ຕ້ອນຮັບ ຢ່າງ​ອົບ​ອຸ່ນ.

​ ໃນການເດີນທາງໄປຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຢ້ຽມຢາມ ຟາມໝູພໍ່ແມ່ພັນ, ໝູຂຸນ, ບ່ອນເພາະພັນປານິນ ທີ່ບ້ານໜອງສະ, ໂຮງງານຂ້າສັດທັນສະໄໝ ແລະ ປຸງແຕ່ງຊີ້ນ ທີ່ນໍ້າຊວງ ຂອງບໍລິສັດ ເອັກສ໌ພີ ການຄ້າ ລາວ-ຈີນ ຈຳກັດ ເຊິ່ງ 2 ໃນ 4 ກິດຈະກຳ ຂອງບໍລິສັດດັ່ງກ່າວ(ລວມທັງ​ສູນ​ອົນ​ແຫ້ງ​ສາລີ-​ໂຮງງານ​ຜະລິດ​ອາຫານ​ສັດ ​ແລະ ຟາ​ມງົວ). ໃນນັ້ນ, ຟາມໝູ ແມ່ນໄດ້ເລີ່ມສ້າງມາແຕ່ປີ 2012 ປະຈຸບັນ, ມີໝູພໍ່ແມ່ພັນ 500 ກວ່າໂຕ ແລະ ໝູຂຸນ 2 ພັນ​ໂຕ, ສາມາດ​ຜະລິດ​ລູກໝູ ​ໄດ້ສະ​ເລ່ຍ 500 ​ໂຕ​ຕໍ່​ເດືອນ ​ແລະ ມີ​ຄາດໝາຍວ່າ ​ໃນ​ທ້າຍ​ປີ 2017 ນີ້ ຈະ​ໃຫ້​ໄດ້ 1 ພັນ​ໂຕ​ຕໍ່​ເດືອນ; ສຳລັບ​ໂຮງງານ​ຂ້າ​ສັດນໍ້າ​ຊວງ ​ແມ່ນ​ໄດ້​ສຳ​ເລັດ​ການ​ປັບປຸງ ​ໃນ​ກາງ​ປີ 2016 ປະຈຸ​ບັນ, ສາມາດ​ຂ້າໝູ​ໄດ້ 50 ​ໂຕ​ຕໍ່ວັນ ​ແລະ ງົວ 7 ​ໂຕ​ຕໍ່ວັນ ​ໂດຍ​ມີ​ຮ້ານ​ຈຳໜ່າຍ 1 ຮ້ານ ​ແລະ ຮ້ານ​ຂາຍຍ່ອຍ​ອີກ 1 ຮ້ານ. ນອກ​ນັ້ນ, ກໍ່​ໄດ້​ຂາຍ​ສົ່ງ​ໃຫ້ ຮ້ານ​ມິ​ນິມາກ, ຮ້ານ​ອາຫານ, ​ໂຮງ​ແຮມ, ບັນດາ​ໂຄງການ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ ​ໄປ ສສ ຫວຽດນາມ. ຫຼັງຈາກ​ນັ້ນ, ຄະນະທ່ານນາຍົກລັດຖະມົນຕີ ກໍ່ໄດ້​ໄປຢ້ຽມຢາມ ຄອບຄົວຕົວແບບການລ້ຽງງົວ ທີ່​ຟາ​ມສີຈັນທະລາດ ຢູ່ບ້ານໂພນແພງ ເມືອງນາຊາຍທອງ ​ເຊິ່ງ ທ່ານ ສຸທອງ ສີຈັນທະລາດ ເຈົ້າຂອງຟາມດັ່ງກ່າວ ​ໄດ້​ເລີ່​ມລ້ຽງງົວແບບເປັນຟາມຂະຫນາດນ້ອຍ ​ໃນປີ 2007 ມີງົວ 20 ໂຕ, ພ້ອມທັງລົງທຶນສ້າງໂຮງຂ້າສັດ. ມາຮອດປີ 2012 ໄດ້ລົງທຶນປູກຫຍ້າຕື່ມ​ອີກ​ໃນ​ເນື້ອທີ່ 5 ເຮັກຕາ ​ແລະ ຂະຫຍາຍເປັນ 15 ເຮັກຕາ​ໃນ​ປະຈຸ​ບັນ ເພື່ອລ້ຽງງົວທີ່​ເພີ່ມ​ຂຶ້ນ 100 ກວ່າໂຕ ແລະ ລ້ຽງໝູອີກ 200 ກວ່າໂຕ ສາມາດສ້າງລາຍຮັບໃຫ້ຄອບຄົວປະມານ 250-300 ລ້ານກີບຕໍ່ປີ

​ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມກຸ່ມ​ຫັດຖະກຳ​ຕ່ຳ​ສິ້ນ ທີ່​ບ້ານ​ນໍ້າ​ຫຸມ ທີ່​ມີ​ຜູ້​ຕ່ຳຫູກເຖິງ 205 ຫຼັງຄາ​ເຮືອນ. ​ໃນ​ນັ້ນ, ​ເປັນ​ສະມາຊິກ​ໃນ​ກຸ່ມ​ຫັດຖະກຳ 90 ກວ່າຫຼັງຄາ​ເຮືອນ ​ທັງ​ທຳ​ການ​ຜະລິດ ​ແລະ ​ເກັບຊື້ ນຳ​ຄອບຄົວ​ຜູ້​ຕຳ​ຫູກ ​ເພື່ອ​ນຳ​ໄປ​ຈຳໜ່າຍຕາມ​ທ້ອງ​ຕະຫຼາດທົ່ວ​ໄປ; ​ໃນ​ເວລາ​ຕໍ່ມາ ກໍ່​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ກິດຈະກຳ​ການ​ຜະລິດ​​ເຂົ້າ ​ເປັນ​ສິນຄ້າ​ໂອ​ດັອບ (ODOP) ຂອງ​ບໍລິສັດ ຄຳ​ແພງ​ເພັດ​ແຈ້ງ​ສະຫວ່າງ ສົ່ງ​ເສີມ​ການ​ກະ​ເສດ ຂາ​ອອກ-​ຂາ​ເຂົ້າ ຈຳກັດ​ຜູ້ດຽວ ທີ່​ບ້ານ​ນາ​ສ້ຽວ ຊຶ່ງ​ເລີ່​ມກິດຈະກຳ​ເກັບຊື້​ເຂົ້າ ​ແລະ ປ້ອນ​ເຂົ້າ​ໂຮງສີ​ຂະໜາດນ້ອຍ ມາ​ແຕ່​ປີ 1983 ຮອດ​ປີ 2008 ກໍ່ຂະຫຍາຍ​ເປັນ​ໂຮງສີ​ຂະໜາດກາງ ​ແລະ ກາຍ​ເປັນ​ໂຮງສີ​ຂະໜາດ​ໃຫຍ່ທີ່​ທັນ​ສະ​ໄໝ ​ໃນ​ສົກ​ປີ 2010-2011 ທີ່​ສາມາດ​ຜະລິດ​ເຂົ້າສາ​ນ​ໄດ້ 15 ​ໂຕນ​ຕໍ່ຊົ່ວ​ໂມງ ​ແນ​ໃສ່​ຂະຫຍາຍ​ຕະຫຼາດອອກ​ສູ່​ຕ່າງປະ​ເທດ ພ້ອມ​ທັງ​ຂະຫຍາຍ​ເນື້ອທີ່​ປູກ​ເຂົ້າຂອງ​ບໍລິສັດ 200 ກວ່າ​ເຮັກຕາ ​ແລະ ​ເກັບຊື້​ເຂົ້ານຳ​ຊາວນາ ​ໃຫ້​ມີ​ຂອບ​ເຂດ​ກວ້າງ​ອອກ,​​ໄດ້​ຈົດ​ລິ​ຂະ​ສິດ​ຂອງ​ຜະລິດ​ຕະພັນ​ເຂົ້າ ​ໂດຍ​ໃຊ້​ຊື່ວ່າ “​ເຂົ້າກາ​ຕາ​ເວັນ​ແດງ” ​ແລະ ກາຍ​ເປັນ​ຜະລິດ​ຕະພັນ​ໂອ​ດັ​ອບ ຂອງ​ເມືອງ​ນາ​ຊາຍ​ທອງ. ນອກ​ນີ້, ຍັງ​ມີຫຼາຍກິດຈະກຳ​ສຳຮອງ ​ເປັນຕົ້ນ ຟາ​ມໝູພັນ​ຊີ້ນ, ຟາ​ມ​ໄກ່​ພັນ​ຊີ້ນ ​ແລະ ຟາ​ມ​ໄກ່​ໄຂ່.

​​ໃນ​ການ​ໄປ​ຢ້ຽມຢາມ​ເທື່ອ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ຕໍ່ບັນດາ​ຜູ້​ປະກອບ​ການ ​ແລະ ຊາວກະສິກອນ ທີ່​ໄດ້​ມີ​ຄວາມ​ພະຍາຍາມ​ສູງ ​ເພື່ອ​ຍົກ​ລະດັບ​ການ​ຜະລິດ​ຂອງ​ຕົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າຕໍ່ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ປະ​ເທດ ກໍ່ຄື​ຂອງ​ນະຄອນຫຼວງ. ທັງ​ຍັງ​ສ້າງ​ໃຫ້​ມີ​ໃບໜ້າອັນ​ໃໝ່ ຂອງ​ການ​ຜະລິດ ທັງ​ການ​ຜະລິດ​ທີ່​ທັນ​ສະ​ໄໝຂຶ້ນ, ມີ​ການ​ນຳ​ໃຊ້​ເຕັກນິກ-​ເຕັກ​ໂນ​ໂລ​ຊີ ທີ່​ມີ​ມາດຕະຖານ​ສູງ ສາມາດ​ແຂ່ງຂັນ​ກັບ​ປະ​ເທດ​ອື່ນໆ​ໄດ້, ​ເປັນ​ຕົວຢ່າງ​ທີ່​ດີ ​ໃຫ້​ຜູ້​ປະກອບ​ການ​ອື່ນໆ ລວມ​ເຖິງ​ການ​ປະກອບສ່ວນ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມທຸກ​ຍາກ​ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ; ພ້ອມ​ນີ້, ທ່ານ​ນາຍົກລັດຖະມົນຕີ ຍັງ​ເນັ້ນ​ໃຫ້​ຜູ້​ປະກອບ​ການ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ບາງ​ບັນຫາ ​ເປັນຕົ້ນ ​ໃຫ້​ເອົາ​ໃຈ​ໃສ່​ສ້າງ​ຜູ້​ຊ່ຽວຊານ ​ແລະ ນັກວິຊາການ ທີ່​ຊຳນານ​ງານ ​​ເພື່ອເປັນ​ກຳລັງ​​ແຮງ ໃຫ້​ແກ່​ການ​ຜະລິດ​ໃນຕໍ່ໜ້າ, ພະຍາຍາມ​ຊອກ​ຮູ້-ຖອດ​ຖອນ​ບົດຮຽນທີ່​ດີ ຈາກ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ​ເອົາ​ໃຈ​ໃສ່​ເຜີຍ​ແຜ່​ບົດຮຽນ ​ເຕັກນິກ​ຕ່າງໆ ​ໃຫ້​ແກ່​ຊາວ​ກະສິກອນ; ສຳລັບ​ບັນດາ​ຂໍ້​ສະ​ເໜີຕ່າງໆ ​ໃນ​ຄະນະ​ລັດຖະບານ ຈະ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື ​ແລະ ປຸກລະດົມ​ຂົນຂວາຍ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ ​ເພື່ອ​ຊ່ວຍ​ເຫຼືອຜູ້​ປະກອບ​ການ ​ແລະ ຊາວ​ກະສິກອນ​ ​ເພື່ອ​ເຮັດ​ໃຫ້ການ​ຜະລິດ​ພາຍ​ໃນ ມີ​ຄວາມ​ເຂັ້ມ​ແຂງ, ມີ​ຄວາມ​ອາດ​ສາມາດ​ແຂ່ງຂັນ​ໄດ້,​ ມີ​ທຶນໝູນວຽນທີ່​ພຽງພໍ ​ແລະ ພະຍາຍາມ​ແກ້​ໄຂ​ບັນດາ​ຂັ້ນຂອດ ທີ່​ເປັນ​ສິ່ງ​ກີດຂວາງ​ຂອງ​ຜູ້​ປະກອບ​ການ.

 

ແຫລ່ງຂ່າວ:​ ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...