Homeຂ່າວຕ່າງປະເທດຕຳຫລວດອາເມຣິກາພາດ! ບຸກຈັບຜູ້ຖືກຫາຜິດຫລັງຄາເຮືອນ ຊ້ຳຍິງເຈົ້າຂອງເຮືອນເສຍຊີວິດອີກ!

ຕຳຫລວດອາເມຣິກາພາດ! ບຸກຈັບຜູ້ຖືກຫາຜິດຫລັງຄາເຮືອນ ຊ້ຳຍິງເຈົ້າຂອງເຮືອນເສຍຊີວິດອີກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ກໍລະກົດຜ່ານມານີ້ວ່າ ເຈົ້າໜ້າທີ່ຕຳຫລວດເມືອງເຊົ້າເຮເວັນ ລັດມິດຊິສຊິບປີ ສະຫະລັດອາເມຣິກາ ໄດ້ປະຕິບັດໜ້າທີ່ຜິດພາດ ຫລັງຈາກທີ່ສານໄດ້ອອກໝາຍຈັບ ທ້າວ ຊາມູເອວ ແພຣແມນ ໃນຂໍ້ຫາໃຊ້ຄວາມຮຸນແຮງພາຍໃນຄອບຄົວ ແຕ່ເມື່ອເຈົ້າໜ້າທີ່ມາເຖິງບໍລິເວນເຮືອນຂອງຜູ້ຖືກຫາ ຊ້ຳພັດເຂົ້າກວດຄົ້ນຜິດຫລັງ ຊຶ່ງເປັນເຮືອນຂອງ ທ້າວ ອິສມາເອວ ໂລເປສ ທີ່ຢູ່ຄົນລະຟາກທາງ ກົງກັນຂ້າມກັນ, ຊໍ້ຳບໍ່ໜຳ ເຈົ້າໜ້າທີ່ຕຳຫລວດ ຍັງຍິງເຈົ້າຂອງເຮືອນເສຍຊີວິດນຳອີກ.

ນາງ ເຄລາເດຍ ລິນາເຣສ ພັນລະຍາຂອງຜູ້ເສຍຊີວິດໄດ້ກ່າວວ່າ ຕອນເຈົ້າໜ້າທີ່ບຸກເຂົ້າມາ ຕົນເອງ ແລະ ສາມີ ໄດ້ເຂົ້ານອນແລ້ວ ແລະ ເມື່ອມີສິ່ງຜິດປົກກະຕິ ຕົນເອງໄດ້ບອກໃຫ້ສາມີອອກໄປຍ່າງກວດເບິ່ງບໍວິເວນໜ້າບ້ານ ຊຶ່ງຕໍ່ມາກໍໄດ້ຍິນສຽງປືນ ຕົນເອງໄດ້ແລ່ນອອກໄປເບິ່ງ ກໍເຫັນສາມີຖືກຍິງເສຍຊີວິດແລ້ວ.

ດ້ານທ່ານ ເມີເຣ ເວສ໌ ທະນາຍຄວາມຂອງຄອບຄົວຜູ້ເສຍຊີວິດ ໄດ້ກ່າວວ່າ ເຫດການນີ້ເປັນໂສກນາຕະກຳຢ່າງບໍ່ໜ້າເຊື່ອ ແລະ ເປັນເລື່ອງທີ່ໜ້າອັບອາຍໃຫ້ແກ່ຕຳຫລວດ ທີ່ບໍ່ອ່ານເບິ່ງເລກທີ່ເຮືອນໃຫ້ລະອຽດ ຫລື ແນວໃດ, ເມື່ອກວດເບິ່ງຮູລູກປືນທີ່ປະຕູເຮືອນແລ້ວ ກໍຍັງສະແດງໃຫ້ເຫັນອີກວ່າ ເຈົ້າໜ້າທີ່ຕຳຫລວດ ໄດ້ຍິງທະລຸປະຕູເຂົ້າມາ.

 

 

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...