Homeຂ່າວພາຍ​ໃນສປປ ລາວ ກຳນົດສົ່ງ 23 ປະເພດກິລາເຂົ້າຮ່ວມ ຊີເກມ ຄັ້ງທີ 29 ທີ່ມາເລເຊຍ

ສປປ ລາວ ກຳນົດສົ່ງ 23 ປະເພດກິລາເຂົ້າຮ່ວມ ຊີເກມ ຄັ້ງທີ 29 ທີ່ມາເລເຊຍ

Published on

ສປປ ລາວ ກໍ່ຄື ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມຈະສົ່ງທັບນັກກິລາລາວ ເຊິ່ງລວມມີຄະນະມົນຕີຊີເກມ, ຄະນະຕິດຕາມ, ຄະນະນຳພາ-ກອງເລຂາ, ຄູເຝິກ ແລະ ນັກກິລາ ຈຳນວນ 321 ຄົນ ສະເພາະທັບນັກກິລາ 285 ຄົນ ຈາກຈຳນວນ 23 ປະເພດກິລາ ຢ່າງເປັນທາງການ ເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 29 ຫຼື ກົວລາລຳເປີ ເກມ ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 19-31 ສິງຫາ 2017.

ອີງຕາມຂໍ້ມູນຂ່າວສານຈາກກອງເລຂາຄະນະນຳພາທັບນັກກິລາທີມຊາດລາວເຂົ້າຮ່ວມ ລ່າຫຼຽນຄຳ ກົວລາລພເປີ ເກມ 2017 ແຈ້ງໃຫ້ຊາບວ່າ: ນັບມາຮອດປັດຈຸບັນ ສາມາດສະຫຼຸບສັງລວມກຳນົດຄະນະມົນຕີຊີເກມ-ຄະນະຕິດ ຕາມ 18 ທ່ານ, ຄະນະນໍາພາ-ກອງເລຂາ 18 ທ່ານ, ຄູເຝິກ ແລະ ທັບນັກກິລາທີມຊາດລາວ 285 ຄົນ ໃນຈຳນວນ 23 ປະເພດກິລາ ປະກອບມີ: ປັນຈັດສີລັດ, ປິ່ງປ່ອງ, ມວຍວູຊູ, ມວຍສາກົນ, ມວຍລາວ, ຍິງທະນູ, ເປຕັງ, ກະຕໍ້-ຊິນລອນ, ເທຄວັນໂດ, ແລ່ນ-ລານ, ເທັນນິສ, ເຕະບານຊາຍ, ລອຍນໍ້າ, ຣັກບີ້, ກາຣາເຕໂດ, ຢູໂດ, ບີລຽດ-ສະນຸກເກີ, ຍິງປືນ, ດອກປີກໄກ່, ບານບ້ວງ, ລົດຖີບ ແລະ ກິລາກ໊ອຟ ລວມທັງໝົດ 321 ຄົນ ຢ່າງເປັນທາງການ ພ້ອມຈະສົ່ງເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນໃນລະຫວ່າງວັນທີ 19-31 ສິງຫາ 2017, ໃນນັ້ນ ມີ 11 ປະເທດ ສປປ ລາວ, ໄທ, ອິນໂດເນເຊຍ, ສິງກະໂປ, ສສ ຫວຽດນາມ, ຟິລິບປິນ, ບຣູໄນ, ຕີມໍ ເລສເຕ, ກຳປູເຈຍ, ມຽນມາ ແລະ ເຈົ້າພາບ ມາເລເຊຍ ເຂົ້າຮ່ວມ ເຊິ່ງຈະມີການຊີງໄຊກັນທັງໝົດ 38 ປະເພດກິລາ. 

ໃນຈຳນວນ 321 ຄົນ ຈາກ 22 ປະເພດກິລາ ຈະໄດ້ເລີ່ມອອກເດີນທາງຈາກ ນະຄອນຫຽວງວຽງຈັນ ສປປ ລາວ ເຖິງນະຄອນ ກົວລາລຳເປີ ປະເທດມາເລເຊຍ ໃນວັນທີ 12 ສິງຫາ 2017 ໂດຍແບ່ງອອກເປັນ 9 ທ້ຽວ ດ້ວຍສາຍການບິນ ແອເອເຊຍ, ໃນນັ້ນ ກິລາເຕະບານ ເປັນກິລາທຳອິດຈະໄດ້ອອກເດີນທາງໄປກ່ອນ ພ້ອມກັບຄະນະນຳພາ-ກອງເລຂາຈຳນວນໜຶ່ງ (12 ສິງຫາ); ໃນວັນທີ 14 ສິງຫາ 2017 ກະຕໍ້ຊິນລອນ, ຍິງທະນູ; ວັນທີ 17 ສິງຫາ 2017 ແລ່ນ-ລານ, ຣັກບີ້; ວັນທີ 18 ສິງຫາ 2017 ເປຕັງ, ກະຕໍ້, ມວຍສາກົນ, ປິ່ງປ່ອງ ແລະ ວູຊູເຕົາລູ; ວັນທີ 19 ສິງຫາ 2017 ລອຍນໍ້າ, ລົດຖີບ, ຍິງປືນ, ເທັນນິສ; ວັນທີ 20 ສິງຫາ 2017 ບານບ້ວງ, ດອກປີກໄກ່, ບີລຽດ-ສະນຸກເກີ, ກ໊ອຟ, ກາຣາເຕໂດ; ວັນທີ 22 ສິງຫາ 2017 ປັນຈັກສີລັດ; ວັນທີ 24 ສິງຫາ 2017 ຢູໂດ, ເທຄວັນໂດ ແລະ ມວຍລາວ. 

  1. ປັນຈັດສິລັດ ຈະເຂົ້າຮ່ວມຊິງ 16 ລາຍການ
  2. ມວຍວູຊູເຕົາລູ 5 ລາຍການ
  3. ມວຍສາກົນສະໝັກຫຼິ້ນ 4 ລາຍການ
  4. ຍິງທະນູ 6 ລາຍການ
  5. ມວຍລາວ 5 ລາຍການ
  6. ກະຕໍ້ 7 ລາຍການ
  7. ເປຕັງ 7 ລາຍການ
  8. ເທັນນິສ 2 ລາຍການ
  9. ເທຄວັນໂດ 8 ລາຍການ
  10. ແລ່ນ-ລານ 18 ລາຍການ
  11. ເຕະບານຊາຍ 1 ລາຍການ
  12. ລອຍນ້ຳ 4 ລາຍການ
  13. ກາຣາເຕໂດ 14 ລາຍການ
  14. ຣັກບີ້ 2 ລາຍການ
  15. ຢູໂດ 6 ລາຍການ
  16. ບີລຽດ-ສະນຸກເກີ 5 ລາຍການ
  17. ດອກປີກໄກ່ 4 ລາຍການ
  18. ຍິງປືນ 7 ລາຍການ
  19. ໂບລິ້ງ 4 ລາຍການ
  20. ລົດຖີບ 3 ລາຍການ
  21. ບານບ້ວງ 2 ລາຍການ
  22. ກິລາກ໊ອຟ 2 ລາຍການ
  23. ປິ່ງປ່ອງ 3 ລາຍການ.

ໃນນັ້ນ ທັບນັກກິລາລາວ ຈະໄດ້ພັກເຊົ່າໃນນະຄອນຫຼວງ ກົວລາລຳເປີ 5 ແຫ່ງ ປະກອບມີ ໂຮງແຮມສະວິດ ກາເດັນ ເຄແອວ, ໂຮງແຮມ ເຊີຣີ ປາຊີຟິກ, ໂຮງແຮມ ໂຫລິເດ ວິນລ້າໂຮເທວ, ໂຮງແຮມ ລີ ເມີຣີດຽນ ປູທຣາຈາຢາ, ໂຮງແຮມ ພີລີ ມິເນສ ບີສ ແລະ ຈະໄດ້ແຂ່ງຂັນຢູ່ 6 ສະຖານທີ່ ຄື: ສະໜາມ ຄູເຕີ 1, ສະໜາມ ຄູເຕີ 3, ສະໜາມ ຄູເຕີ 4, ສະໜາມ ຄູເຕີ 5, ສະໜາມ ຄູເຕີ 6, ສະໜາມ ສະປອດ ສະເປຊິຟິກ 2.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...