spot_img
Homeຂ່າວການພັດທະນາ2 ປີຜ່ານມາ ຈີດີພີແຂວງອັດຕະປື ຂະຫຍາຍຕົວລະດັບ 8%

2 ປີຜ່ານມາ ຈີດີພີແຂວງອັດຕະປື ຂະຫຍາຍຕົວລະດັບ 8%

Published on

ຂປລ. ທ່ານ ນາງ ໜູຈອນ ພິມມະເສນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ​ແຂວງ​ອັດ​ຕະປື ໄດ້ຊີ້ແຈງຕໍ່ ກອງປະຊຸມບັ້ນດຳເນີນຊີວິການເມືອງ ປັບປຸງປົວແປງທົ່ວໜ່ວຍພັກຂອງຕົນຫວ່າງບໍ່ດົນມານີ້ວ່າ: ສຳເລັດການກຳນົດວິໄສທັດ ຂອງແຂວງຮອດປີ 2030, ສ້າງຍຸດທະສາດການພັດທະນາຂອງແຂວງຮອດປີ 2025, ສ້າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ (2016-2020) ຂອງແຂວງ ແລະ ຍຸດທະສາດ ສົ່ງເສີມການລົງທຶນ, ໃນ 2 ປີຜ່ານມາ ສາມາດຕີລາຄາໄດ້ວ່າ ຍອດຜະລິດຕະພັນພາຍໃນ GDP ຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ດ້ວຍຈັງຫວະ 8% ທຽບໃສ່ແຜນ 5 ປີ ສະເລ່ຍບໍ່ຫລຸດ 9,4%, ສະ ເລ່ຍຕໍ່ຫົວຄົນໄດ້ 16,65 ລ້ານກີບ/ຄົນ/ປີ ຫລື ປະມານ 2.040 ໂດ ລາສະຫາລັດ.

ສຳລັບ 6 ເດືອນຕົ້ນປີ 2017 ມີໂຄງການທີ່ຜ່ານການ ຮັບຮອງທັງໝົດ 112 ໂຄງການ, ມູນຄ່າ 637,62 ຕື້ກີບ, ທຶນອະນຸມັດໃນປີ 62 ຕື້ກວ່າກີບ ແລະ ດຶງດູດການລົງທຶນເອກະຊົນ ພາຍໃນ-ຕ່າງປະເທດ ໃນກິດຈະກຳສຳປະທານໄດ້ 4 ໂຄງການ, ມູນຄ່າ 325 ຕື້ກີບ ຫລື ປະມານ 40 ລ້ານໂດລາສະຫາລັດ.  ທ່ານ ນາງ ໜູຈອນ ພິມມະເສນ ​ໃຫ້​ຮູ້​ຕື່ມ​ວ່າ: ການພັດທະນາຕິດພັນກັບ ການແກ້ໄຂຄວາມທຸກຍາກ ຜ່ານມາຄະນະພັກ, ຄະນະນຳຂອງພະແນກ ໄດ້ເອົາໃຈໃສ່ຊີ້ນຳໆ ພາສະມາຊິກ-ພະນັກງານ ໃຫ້ຕັ້ງໜ້າປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເປັນປົກກະຕິ, ໃນນາມເປັນເສນາທິການ ໃຫ້ຄະນະນຳຂອງແຂວງ ໃນການຄົ້ນຄວ້າ, ວິໃຈ, ສ້າງ ແລະ ຄຸ້ມຄອງ ແຜນພັດທະນາເສດຖະກິດ-ສັງຄົມ, ຄຸ້ມຄອງການລົງທຶນຂອງລັດ ທັງໃນແຜນ ແລະ ນອກແຜນ, ການສົ່ງເສີມການ ລົງທຶນຂອງເອກະຊົນ ພາຍໃນ-ຕ່າງປະເທດ ແລະ ລວມທັງການເກັບກຳ ສັງລວມຂໍ້ມູນສະຖິຕິຕ່າງໆ ເຊິ່ງສາມາດເຫັນ ໄດ້ໃນຜົນສຳເລັດ​ໃນ​ທຸກ​ດ້ານ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...