Homeຂ່າວພາຍ​ໃນສປປ ລາວ ໄດ້ຫຼຸດພົ້ນອອກຈາກບັນຊີສີເທົາຂອງ ອົງການຕ້ານການຟອກເງິນສາກົນ ຫຼື FATF

ສປປ ລາວ ໄດ້ຫຼຸດພົ້ນອອກຈາກບັນຊີສີເທົາຂອງ ອົງການຕ້ານການຟອກເງິນສາກົນ ຫຼື FATF

Published on

ອີງຕາມລາຍງານຂ່າວຂອງໜັງສືພິມເສດຖະກິດ-ສັງຄົມ ສະບັບວັນທີ 12 ກໍລະກົດ 2017 ໄດ້ໃຫ້ຮູ້ວ່າ ສປປ ລາວ ມີຄວາມຄືບໜ້າໃນການດຳເນີນວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ອົງການຕ້ານການຟອກເງິນສາກົນ (FATF) ໄດ້ຖອດຖອນລາຍຊື່ຂອງ ສປປ ລາວ ອອກຈາກບັນຊີຕິດຕາມ ຫຼື ບັນຊີສີເທົາມາຢູ່ບັນຊີປົກກະຕິ ເຊິ່ງຖືເປັນໝາກຜົນແຫ່ງຄວາມພະຍາຍາມຂອງລັດຖະບານໃນການແກ້ໄຂບັນຫາຕ່າງໆຕາມຂໍ້ແນະນຳຂອງ FATF ໂດຍບົດລາຍງານຜົນການຈັດຕັ້ງປະຕິບັດດັ່ງກ່າວໄດ້ຮັບການແຈ້ງຢ່າງເປັນທາງການໃນກອງປະຊຸມສະໄໝສາມັນ ຄັ້ງທີ II ປະຈຳປີ 2017 ເຊິ່ງຈັດຂຶ້ນຢູ່ທະນາຄານແຫ່ງ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ປະທານ ຄຕຟງ ແລະ ມີບັນດາສະມາຊິກ ຄຕຟງ ເຂົ້າຮ່ວມຢ່າງພ້ອມພຽງ.

ຜູ້ເຂົ້າຮ່ວມປະຊຸມໄດ້ຮັບຊາບເຖິງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາກໍຄືມະຕິຂອງກອງປະ ຊຸມສະໄໝສາມັນ ຄັ້ງທີ I ແລະ ປຶກສາຫາລືບາງບັນຫາຂໍ້ບົກຜ່ອງທີ່ຍັງຄົງຄ້າງ ພ້ອມທັງ ແຜນການໃນຕໍ່ໜ້າຂອງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການຕ້ານການຟອກເງິນ ແລະ ສະໝອງທຶນໃຫ້ແກ່ການກໍ່ການຮ້າຍ ຢ່າງໃດກໍດີ ມາຮອດປັດຈຸບັນນີ້ ຄຕຟງ ແມ່ນມີຄວາມຄືບໜ້າໃນການປະຕິບັດວຽກງານດັ່ງກ່າວ ສະແດງອອກທີ່ການຖືກຖອນຊື່ອອກຈາກບັນຊີສີເທົາຂອງອົງການຕ້ານການຟອກເງິນສາກົນ ມາຢູ່ບັນຊີປົກກະຕິໄດ້ ເຊິ່ງມະຕິດັ່ງກ່າວມີຂຶ້ນໃນກອງປະຊຸມຄົບຄະນະປະຈຳເດືອນມິຖຸນາ 2017 ທີ່ປະເທດແອັດສະປາຍ ທີ່ຈັດຂຶ້ນເມື່ອວັນທີ 23 ມິຖຸນາ 2017 ວ່າດ້ວຍການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງລະດັບຊາດກ່ຽວກັບການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (NRA) ການຮ່ວມມືສາກົນ ການສ້າງຍຸດທະສາດວຽກງານ ແລະອື່ນໆ.

ຢ່າງໃດກໍດີ ພາຍຫຼັງທີ່ ສປປ ລາວ ໄດ້ຖືກຖອນຊື່ອອກຈາກບັນຊີຕິດຕາມ (ບັນຊີສີເທົາ) ຂອງອົງການ FATF ແລ້ວ ກໍຍັງຈະຕ້ອງສືບຕໍ່ການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບການປະເມີນຄວາມສ່ຽງລະດັບຊາດກ່ຽວກັບການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍໄດ້ຮັບການຮ່ວມມື ແລະ ຊ່ອຍເຫຼືອດ້ານວິຊາການຈາກທະນາຄານໂລກ ເຊິ່ງໄດ້ສຳເລັດການດຳ ເນີນງານໄລຍະທີ 1 ແລະ ພວມກ້າວເຂົ້າສູ່ໄລຍະທີ 2 ໂດຍຄາດວ່າການປະເມີນດ່ັງກ່າວຈະສຳເລັດໃນທ້າຍປີ 2018.

ສຳລັບຜົນການປະເມີນຄວາມສ່ຽງແມ່ນຖືເປັນຂໍ້ມູນສຳຄັນໃນການສ້າງຍຸດທະສາດກ່ຽວກັບວຽກງານຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈຸດປະສົງຂອງວຽກງານນີ້ກໍເພື່ອຮັບປະກັນບໍ່ໃຫ້ ສປປ ລາວ ຕົກຢູ່ໃນການຕິດຕາມຂອງສາກົນກ່ຽວກັບວຽກງານ AML/CFT ແລະ ເພື່ອກະກຽມໃຫ້ແກ່ການປະເມີນ ສປປ ລາວ ຮອບດ້ານກ່ຽວກັບວຽກງານຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນປີ 2020.

ຜົນການຈັດຕັ້ງປະຕິບັດວຽກງານ AML/CFT ທີ່ຍົກມາຂ້າງເທິງນັ້ນ ແມ່ນນຶ່ງໃນຄວາມຄືບໜ້າຂອງ ສປປ ລາວ ເຊິ່ງການຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນມີສ່ວນສຳຄັນໃນການຂັບເຄື່ອນລະບົບເສດຖະກິດ-ການເງິນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເຂັ້ມແຂງ ໝັ້ນຄົງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະສາກົນ ທັງໃນປັດຈຸບັນ ແລະອະນາຄົດ.

 

ຮຽບຮຽງຂ່າວໂດຍ: ສ.ບົວພາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...