Homeຂ່າວພາຍ​ໃນຮອງນາຍົກເນັ້ນພັດທະນາຕະຫລາດທຶນ ເພື່ອຂັບເຄື່ອນ ການຂະຫຍາຍຕົວ ຂອງເສດຖະກິດ

ຮອງນາຍົກເນັ້ນພັດທະນາຕະຫລາດທຶນ ເພື່ອຂັບເຄື່ອນ ການຂະຫຍາຍຕົວ ຂອງເສດຖະກິດ

Published on

ກອງປະຊຸມ ຄະນະກໍາມະການ ຄຸ້ມຄອງຫລັກຊັບ ຄັ້ງທີ II (ຄຄຊ) ປະຈໍາປີ 2017  ໄດ້ສໍາເລັດລົງ ດ້ວຍໝາກຜົນ ອັນຈົບງາມ ໃນວັນທີ 21 ກໍລະກົດນີ້, ທີ່ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານຄະນະ ກໍາມະການຄຸ້ມຄອງຫລັກຊັບ, ມີຮອງປະທານ, ບັນດາກໍາມະການ ຄຄຊ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງ​ນີ້, ຍັງໃຫ້ສືບຕໍ່ພັດທະນາ ຕະຫລາດທຶນໃຫ້ກາຍເປັນເຄື່ອງມື ດ້ານການເງິນ ເພື່ອຂັບເຄື່ອນການຂະຫຍາຍຕົວ ຂອງເສດຖະກິດແຫ່ງຊາດ.

ທ່ານຮອງນາຍົກລັດຖະມົນຕີ, ປະທານຄະນະ ກໍາມະການຄຸ້ມຄອງຫລັກຊັບ ໄດ້ຊີ້ນໍາ ແລະ ເນັ້ນໜັກວ່າ: ວຽກງານຕະຫລາດທຶນ ເປັນວຽກໜຶ່ງທີ່ສໍາຄັນ ປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີຄວາມໝັ້ນທ່ຽງ ແລະ ມີສະຖຽນລະພາບ ໄປຄຽງຄູ່ກັບຕະຫລາດເງິນ. ດັ່ງນັ້ນ, ເພື່ອພັດທະນາຕະຫລາດທຶນ ໃຫ້ກາຍເປັນເຄື່ອງມື ດ້ານການເງິນ ເພື່ອຂັບເຄື່ອນການຂະຫຍາຍຕົວ ຂອງເສດຖະກິດຂອງປະເທດ ໃຫ້ບັນລຸຄາດໝາຍ ທີ່ວາງໄວ້ ພວກເຮົາຕ້ອງສືບຕໍ່ ຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງຫລັກຊັບ ໃຫ້ໜັກແໜ້ນເຂັ້ມແຂງກ່ວາເກົ່າ, ພາຍຫລັງສໍາເລັດ ກອງປະຊຸມນີ້ແລ້ວ ໃຫ້ຮີບຮ້ອນປະສານສົມທົບ ແລະ ຜັນຂະຫຍາຍເນື້ອໃນຈິດໃຈດັ່ງ ກ່າວເປັນໜ້າວຽກລະອຽດ, ເປັນຮູບປະທໍາ, ເປັນເຈົ້າການ ແລະ ຕ້ອງຕິດຕາມກວດກາ ແລະ ສະຫຼຸບ.

ກອງປະຊຸມ ຄຄຊ ຍັງ​ໄດ້ແລກປ່ຽນຄໍາຄິດເຫັນ ຂອງບໍລິສັດຈົດທະບຽນ ກ່ຽວກັບຜົນດີ ແລະ ຂໍ້ຫຍຸ້ງຍາກໃນການເປັນບໍລິສັດ ຈົດທະບຽນທີ່ສະເໜີ ໂດຍບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ; ລາຍງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມ ຄຄຊ ຄັ້ງທີ I ປະຈໍາປີ 2017 ແລະ ລາຍງານຄວາມຄືບໜ້າ ການກະກຽມອອກຈໍາໜ່າຍຮຸ້ນກູ້ຂອງບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວມະຫາຊົນ, ລາຍງານການອອກຈໍາໜ່າຍຫລັກຊັບ ແລະ ການກະກຽມອອກຈໍາໜ່າຍ ຫລັກຊັບ ຢູ່ຕະຫລາດຫລັກຊັບລາວ ຂອງ 7 ບໍລິສັດ, ລາຍງານຄວາມຄືບໜ້າ ການສ້າງບັນຊີລາຍຊື່ເປົ້າໝາຍ ບໍລິສັດຈົດທະບຽນ ແລະ ລາຍງານບັນຫາອື່ນໆ ແລະ ທິດທາງແຜນການ ກະກຽມສະໝັກ ເຂົ້າເປັນສະມາຊິກ ຂອງອົງການຄຸ້ມຄອງ ວຽກງານຫລັກຊັບສາກົນ (IOSCO​) ແລະ ລາຍງານສະພາບການ ຊື້-ຂາຍຫຸ້ນ ປະຈໍາ 6 ເດືອນຕົ້ນປີ 2017ຂອງຕະຫລາດຫລັກຊັບລາວ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...