Home​ຂ່າວບັນເທິງChester Bennington ນັກຮ້ອງນຳວົງຣັອກ Linkin Park ເສຍຊີວິດແລ້ວ

Chester Bennington ນັກຮ້ອງນຳວົງຣັອກ Linkin Park ເສຍຊີວິດແລ້ວ

Published on

ຂ່າວບັນເທີງຕ່າງແດນກັບລາວໂພສຕ໌ເຊົ້ານີ້ ແອັດມິນມີຂ່າວຄວາມເສົ້າໂສກຂອງວົງການເພງຣັອກລະດັບໂລກມາອັບເດດໃຫ້ແຟນໆໃນຍຸກ 90 ໄດ້ຮັບຊາບກັນ ເມື່ອ Chester Bennington ນັກຮ້ອງນຳວົງ Linkin Park ວົງຣັອກໃນຕຳນານຂ້າຕົວຕາຍປິດສາກຊີວິດໃນໄວ 41 ປີ ນີ້ຖືເປັນການສູນເສຍໜຶ່ງໃນບຸກຄົນສຳຄັນທີ່ສຸດຂອງວົງການບັນເທີງລະດັບໂລກ

ສຳນັກຂ່າວຕ່າງປະເທດຫຼາຍແຫ່ງລາຍງານກົງກັນວ່າ Chester Bennington ສີລະປິນຊື່ດັງນັກຮ້ອງນຳວົງ Linkin Park ເສຍຊີວິດທີ່ບ້ານພັກຂອງຕົນເອງໃນເມືອງ ລອສແອງເຈີລິສ

ທາງເຈົ້າໜ້າທີ່ຕຳຫຼວດໄດ້ເປີດເຜີຍຂໍ້ມູນວ່າ ພົບສົບຂອງເຂົາແຂວນຄໍຕາຍໃນເຮືອນພັກທີ່  Palos Verdes Estates ໃນເວລາປະມານ 9 ໂມງເຊົ້າຂອງວັນທີ 20 ກໍລະກົດ 2017 ທີ່ຜ່ານມາ ໂດຍເບື່ອງຕົ້ນທາງເຈົ້າໜ້າທີ່ສັນນິຖານວ່າເປັນການຂ້າຕົວຕາຍ ແລະ ສະຖານທີ່ເກີດເຫດບໍ່ພົບຂໍ້ສົງໃສໃດໆ

ເບິື້ອງຕົ້ນສັນນິຖານວ່າສາເຫດຂອງການຂ້າຕົວຕາຍອາດຈະມີບັນຫາຄວາມຕຶງຄຽດໃນຊີວິດ ເພາະຜູ່ກ່ຽວມີບັນຫາເລື່ອງການຕິດເຫຼົ້າມາຕະຫຼອດ ແຕ່ກໍ່ຕ້ອງລໍຖ້າຜົນການຊັນນະສູດສົບ ແລະ ພິສູດຫຼັກຖານຢ່າງລະອຽດອີກຄັ້ງກ່ອນ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...