Homeຂ່າວຕ່າງປະເທດສິງກະໂປສະເໜີຄວາມຊ່ວຍເຫຼືອທາງການທະຫານໃຫ້ຟິລິບປິນ

ສິງກະໂປສະເໜີຄວາມຊ່ວຍເຫຼືອທາງການທະຫານໃຫ້ຟິລິບປິນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມະນີລາ ປະເທດ ຟີລິບປິນ ເມື່ອວັນທີ 20 ກໍລະກົດ 2017 ນີ້ວ່າ ທ່ານ ອິ້ງ ເອນ ເຮນ ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ ກ່າວລະຫວ່າງການຢ້ຽມຢາມນະຄອນຫຼວງ ມະນີລາ ເມື່ອວັນພຸດທີ່ຜ່ານມາໃນການພົບປະຫາລືກັບທ່ານ ເດລຟິນ ລໍເຣນຊານາ ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນວ່າ ລັດຖະບານສິງກະໂປພ້ອມສະເໜີໃຫ້ການສະນັບສະໜູນທາງດ້ານເທັກນິກ ແລະ ໂຣຈິສຕິກໃຫ້ແກ່ກອງທັບຟິລິບປິນ ທີ່ຮວມເຖິງການຈັດສົ່ງເຮືອບິນລຳລຽງຊີ-130 ເພື່ອໃຊ້ບັນເທົາສິ່ງຂອງຊ່ວຍເຫຼືອດ້ານມະນຸດສະທຳ ການຈັດສົ່ງເຮືອບິນບໍ່ມີຄົນຂັບໃນການລາດຕະເວນ ແລະ ອຸປະກອນທາງທະຫານທີ່ຈຳເປັນ

ທ່ານ ອິ້ງ ກ່າວຕື່ມອີກວ່າ ລັດຖະບານສິງກະໂປຫວັງຢ່າງຍິ່ງໃນການມອບຄວາມຊ່ວຍເຫຼືອດັ່ງກ່າວຈະເພີ່ມປະສິດ ທິພາບໃນການສູ້ຮົບເພື່ອເອົາຊະນະກຸ່ມກະບົດເມົາເຕ ເຊິ່ງເປັນເຄືອຂ່າຍຂອງກຸ່ມໄອເອສ ທີ່ກຳລັງສູ້ຮົບຢູ່ເມືອງ ມາລາວີ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...