Homeຂ່າວຕ່າງປະເທດສວຍງາມ! ທາງຍົກລະດັບແຫ່ງໜຶ່ງຢູ່ຈີນ ປູກເຄືອໄມ້ປົກຄຸມຂຽວສົດຊື່ນສາຍຕາ!

ສວຍງາມ! ທາງຍົກລະດັບແຫ່ງໜຶ່ງຢູ່ຈີນ ປູກເຄືອໄມ້ປົກຄຸມຂຽວສົດຊື່ນສາຍຕາ!

Published on

ວັນທີ 17 ກໍລະກົດທີ່ຜ່ານມານີ້ ສຳນັກຂ່າວຕ່າງປະເທດ ໄດ້ເຜີຍແຜ່ພາບທາງຍົກລະດັບວົງແຫວນຮອບ 2 ຢູ່ເມືອງເສິງຕູ ແຂວງເສສວນ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ ໄດ້ຖືກປ່ຽນທິວທັດໃຫ້ກາຍເປັນລະບຽງທາງສີຂຽວຢ່າງສວຍງາມ ໂດຍຖະໜົນສາຍນີ້ ສ້າງສຳເລັດເມື່ອປີ 2013 ຜ່ານມາ ດ້ວຍຄວາມຍາວ 28 ກິໂລແມັດ ເປັນຖະໜົນທີ່ມີລົດໂດຍສານດ່ວນພິເສດ ຊຶ່ງແຕ່ລະມື້ມີຄົນມາໃຊ້ບໍລິການກວ່າ 3 ແສນຄົນ.

ການປະດັບປະດາຖະໜົນສາຍດັ່ງກ່າວ ໄດ້ມີການປູກຕົ້ນໄມ້ແບບທີ່ເປັນເຄືອເລືອຈັບໄປຕາມຝາຜະນັງດ້ານລຸ່ມຂອງທາງ ເຮັດໃຫ້ເມື່ອເວລາຜ່ານໄປຫລາຍປີ ເຄືອໄມ້ດັ່ງກ່າວໄດ້ຈະເລີນເຕີບໂຕຂຶ້ນເລື້ອຍໆ ຈົນປົກຄຸມເສົາຂອງທາງຍົກລະດັບ ເຮັດໃຫ້ບໍລິເວນດັ່ງກ່າວນີ້ ມີທັດສະນິຍະພາບສີຂຽວທີ່ສວຍສົດງົດງາມ.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...