Homeຂ່າວເຫດການປະທານປະເທດ ເຂົ້າຮ່ວມພິທີ​ໂຮມ​ຊຸມນຸມ​ໃຫຍ່ ​ສະ​ເຫລີ​ມສະຫລອງ 2 ວັນ​ປະຫວັດ​ສາດ ລາວ​-ຫວຽດນາມ

ປະທານປະເທດ ເຂົ້າຮ່ວມພິທີ​ໂຮມ​ຊຸມນຸມ​ໃຫຍ່ ​ສະ​ເຫລີ​ມສະຫລອງ 2 ວັນ​ປະຫວັດ​ສາດ ລາວ​-ຫວຽດນາມ

Published on

ຂປລ. ພິທີ​ໂຮມ​ຊຸມນຸມ​ໃຫຍ່ ​ສະ​ເຫລີ​ມສະຫລອງ 2 ວັນ​ປະຫວັດ​ສາດ ລາວ​–ຫວຽດນາມ ກໍ​ຄື ວັນ​​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຄົບຮອບ 40 ປີ ​(18/7/1977-18/7/2017) ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນການ​ທູດ ລາວ-ຫວຽດນາມ ຄົບ​ຮອບ 55 ປີ (5/9/1962-5/9/2017) ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກໍລະກົດ 2017 ຢູ່​ນະຄອນຫລວງ​ວຽງ​ຈັນ,​ ​ໂດຍ​ມີ​ ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ, ທ່ານ ນາງ ຕ່ອງ​ທິຝ່ອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສສ ຫວຽດນາມ, ມີ​ບັນດາຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງ​ລັດຖະມົນຕີ, ຫົວໜ້າ​ກົມ, ຮອງ​ກົມ, ພະນັກງານ, ທະຫານ-​ຕຳ​ຫລວດ, ພ້ອມ​ດ້ວຍ​ອະດີດ​ການ​ນຳ​ພັກ-​ລັດ ອ້ອມ​ຂ້າງ​ສູນ​ກາງ ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

ໃນ
​ໂອກາດ​ດັ່ງກ່າວ, ທ່ານ ບຸນ​ຍັງ ວໍລະ​ຈິດ ​​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ມູນ​​ເຊື້ອ​ການຕໍ່ສູ້ ​ຊ່ວຍ​​ເຫລືອເຊິ່ງກັນ ​ແລະ ກັນ ລະຫວ່າງ​ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ​ໃນ​ການຕໍ່​ສູ່​ອັນ​ຍືດ​ເຍື້ອຍາວ​ນານ, ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ທັງ​ເກົ່າ ​ແລະ ​ໃໝ່ ຈົນ​ສາມາດ​ຍາດ​ໄດ້​ ໄຊ​ຊະ​ນະ​ຮ່ວມ​ກັນ, ​ເຊິ່ງທັງ ສອງ​ຊາດ​ລາວ-​ຫວຽດນາມ ​ໄດ້​ມີ​ການ​ພົວພັນ​ ຖານ​ບ້ານ​ໃກ້​​ເຮືອນ​ຄຽງທີ່​ດີ​ນຳ​ກັນ ມາ​ແຕ່​ບູຮານ​ນະ​ການ, ປະຊາຊົນ​ສອງ​ຊາດ​ ໄດ້​ດຳລົງ​ຊີວິດ ​ແລະ ທຳ​ມາຫາ​ກິນບົນ​ຜືນ​ແຜນ​ດິນ ​ທີ່​ມີ​ສາຍພູ​ຫລວງ​ຍາວ​ຢຽດ ​ແລະ ​ແມ່​ນ້ຳ​ຫລາຍ​ສາຍຕິດ​ຈອດ​ກັນ ​ແຕ່​ເໜືອ​ເຖິງ​ໃຕ້, ​ໃນ​ຍາມ​ທຸກ​ກໍ່​ຮ່ວມ​ທຸກ, ​ໃນ​ຍາມ​ສຸກ​ກໍ່​ຮ່ວມ​ສຸກ ​ນຳ​ກັນ​ຕະຫລອດ​ມາ, ທັງ​ໄດ້​ຜ່ານ​ການ​ທົດ​ສອບ ​ໃນ​ຂະ​ບວນການ​ວິວັດ​ ແຫ່ງ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຕ່າງ​ດ້າວ ອັນ​ຍືດ​ເຍື້ອຍາວ​ນານ ​ແລະ ສຸດ​ແສນ​ລະ​ອິດ​ລະ​ອ້ຽວ​ຂ້ຽວຂາດ ​ເຊິ່ງສອງ​ຊາດ ລາວ-ຫວຽດນາມ ​ໄດ້​ອີງ​ຫລັງ​ໃສ່​ກັນ, ຮັກ​ແພງ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ ກັນ​, ຍອມ​ເສຍສະຫລະ​ເພື່ອ​ກັນ ​ແລະ ຮ່ວມ​ເປັນ​ຮ່ວມ​ຕາຍ​ນຳ​ກັນ ອັນ​ນັ້ນ​ແມ່ນ​ບໍ່​ເກີດ​ ແຫ່ງ​ການ​ພົວພັນ​ສາມັກຄີ​ພິ​ເສດ ທີ່​ກາຍ​ເປັນ​ປັດ​​ໄຈ​ຕັດສິນ​ຜົນສຳ​ເລັດ ​ແລະ ​ໄຊ​ຊະ​ນະ​ຂອງ​ການ​ປະຕິວັດ ຢູ່​ສອງ​ປະ​ເທດ​ຂອງ​ພວກ​ເຮົາ ​ເຊິ່ງ​ເປັນ​ຕົວ​ແບບ​ທີ່​ຫາ​ໄດ້​ຍາກ ໃນ​ການ​ພົວພັນ ​ລະຫວ່າງ​ຊາດຢູ່​ໃນ​ໂລກ, ​ເປັນ​ສາຍ​ພົວພັນ​ທີ່​ຍິ່ງ​ໃຫຍ່, ​ເລິກ​ເຊິ່ງ, ດູດ​ດື່ມ ​ແລະ ​ເປັນ​ມໍລະດົກ​ລ້ຳ​ຄ່າ ຂອງ​ທັງ​ສອງ​ຊາດ ລາວ-ຫວຽດນາມ.

ທ່ານ ບຸນ​ຍັງ ວໍລະ​ຈິດ ​ກ່າວ​ຕື່ມວ່າ: ພາຍຫລັງ​ປະ​ເທດ​ຊາດ ​ໄດ້​ຮັບ​ການ​ປົດ​ປ່ອຍ ​ໃນ​ປີ 1975 ສອງ​ປະ​ເທດ ລາວ-ຫວຽດນາມ ​ໄດ້​ກ້າວ​ເຂົ້າ​ສູ່​ສັງກາດ​ໃໝ່, ສັງກາດ​ແຫ່​ງສັນຕິພາບ, ​ເອກະ ລາດ. ​ເອກະ​ພາບ ​ແລະ ປະຕິບັດ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ໄປ​ສູ່​ຈຸດໝາຍ​ສັງຄົມ​ນິຍົມທີ່​ວາງ​ໄວ້. ​ໃນ​ເງື່ອນ​ໄຂ ​ແລະ ສະພາບ​ແວດ​ລ້ອມ​ໃໝ່​ນີ້, ສາຍ​ພົວພັນພິ​ເສດ ​ລະ​ຫວ່າງ​ສອງ​ຊາດ ຍິ່ງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ ສູ່​ລະດັບ​ອັນ​ໃໝ່, ​ເປັນ​ສາຍ​ພົວພັນ​ ລະຫວ່າງ​ສອງ​ລັດ ທີ່​ມີ​ເອກະລາດ, ມີ​ອຳນາດ​ອະທິປະ​ໄຕ​ ຢ່າງ​ເຕັມ​ສ່ວນ ​ແລະ 55 ປີ ​ແຫ່ງ​ການ​ສ້າງ​ຕັ້ງ​ ສາຍ​ພົວພັນ​ການ​ທູດ ​ແລະ 40 ປີ ​ແຫ່ງ​ການ​ເຊັນ​ສົນທິສັນຍາ ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດ ​ແມ່ນ​ໄລຍະ​ເວລາ​ແຫ່ງ​ການ​ທົດ​ສອບ​ ຄວາມ​ໝັ້ນ​ແກ່ນ​ແໜ້ນ​ໜຽວ ຂອງ​ສາຍ​ພົວພັນ​ ລະຫວ່າງ ​ສອງ​ປະ​ເທດ​ພວກ​ເຮົາ ​ເຊິ່ງ​ເປັນ​ພື້ນຖານ​ອັນ​ໜັກ​ແໜ້ນ​ ໃຫ້​ແກ່​ການ​ເພີ່ມ​ທະວີ ​ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນສອງ​ຊາດ ລາວ-ຫວຽດນາມ ​ໃນ​ໄລຍະ​ໃໝ່ ກໍ​ຄືປັດຈຸບັນ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...