Homeຂ່າວຕ່າງປະເທດອິນເດຍ ເປີດໂຕລົດໄຟພະລັງງານແສງຕາເວັນ ຂະບວນທຳອິດຂອງປະເທດ

ອິນເດຍ ເປີດໂຕລົດໄຟພະລັງງານແສງຕາເວັນ ຂະບວນທຳອິດຂອງປະເທດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກໍລະກົດຜ່ານມານີ້ວ່າ ອິນເດຍໄດ້ເປີດໂຕລົດໄຟກາຊວນ ຂະໜາດ 1,600 ແຮງມ້າ ທີ່ຂັບເຄື່ອນດ້ວຍພະລັງງານແສງຕາເວັນ ໂດຍຂະບວນທຳອິດ ແມ່ນໄດ້ເລີ່ມເປີດແລ່ນໃນນະຄອນຫລວງນີວແດນລີ ເມືອງຫລວງຂອງປະເທດ.  ລົດໄຟດັ່ງກ່າວ ປະກອບດ້ວຍ 6 ຕູ້ໂດຍສານ, ເຊິ່ງຕິດຕັ້ງແຜງໂຊລາເຊວຢູ່ເທິງຫລັງຄາ ແຕ່ລະຕູ້ຈຳນວນ 16 ແຜງ ແລະ ຈະມີລະບົບໄຟຟ້າ ພ້ອມທັງພັດລົມຕິດຕັ້ງໄວ້ພ້ອມ.

ນອກຈາກນີ້ ຍັງມີພະລັງງານສຳຮອງ ທີ່ສາມາດແລ່ນໂດຍໃຊ້ໄຟແບດເຕີຣີອີກຢ່າງນ້ອຍ 72 ຊົ່ວໂມງ ແລະ ຈະບໍລິການ ຜູ້ໂດຍສານຈາກສະຖານີຊາຣາຍໂຣຮີນລາ ໃນນະຄອນຫລວງນີວແດນລີ ໄປຍັງເຂດຊຸມຊົນທາງຄາຣຮີຮາຣຊາຣູ ໃນລັດຮາຍານາ ທາງຕອນເໜືອຂອງປະເທດ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...