spot_img
Homeຂ່າວເຫດການເປີດງານວາງສະແດງຮູບພາບ ຄວາມສວຍງາມຂອງປະເທດລາວ ຢູ່ນະຄອນຫລວງຮາໂນ້ຍ

ເປີດງານວາງສະແດງຮູບພາບ ຄວາມສວຍງາມຂອງປະເທດລາວ ຢູ່ນະຄອນຫລວງຮາໂນ້ຍ

Published on

ຂປລໃນວັນທີ 17 ກໍລະກົດ 2017, ​ໄດ້ມີການເປີດງານວາງສະແດງຮູບພາບ ຄວາມສວຍງາມຂອງປະເທດຊາດ ​ແລະ ຂອງຄົນລາວ ຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ​ເຊິ່ງ​​ໄດ້ມີການນຳສະເໜີ ​​ມູນເຊື້ອມິດຕະພາບຄວາມສາມັກຄີພິເສດ ​ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-​ຫວຽດນາມພ້ອມຮູບພາບ ກ່ຽວກັບຜົນສຳເລັດ ໃນການປົກປັກຮັກສາ ​ແລະ ພັດທະນາປະເທດຊາດ  ໃນໄລຍະຜ່ານມານັບທັງທັດຊະນີຍະພາບ​​ດ້ານທຳມະຊາດ ​ແລະມູນເຊື້ອທາງວັດທະນະທຳຂອງ ສປປ ລາວ​. 

ງານ
ວາງສະແດງຮູບພາບຄັ້ງນີ້, ມີ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລ ຂ່າວ, ວັດທະນະທຳ ​ແລະ ທ່ອງທ່ຽວທ່ານ ​ເລ ​ແຄ້ງຫາຍ ຮອງລັດຖະມົນຕີກະຊວງວັດທະນະທຳ ກິ ລາ ​ແລະ ທ່ອງທ່ຽວ ສສ ຫວຽດນາມ, ພ້ອມພະນັກກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ​.  

​ໃນໂອກາດ​ນີ້, ທ່ານ ບົວເງິນ ຊາພູວົງ ກ່າວວ່າລາວ-​ຫວຽດນາມ ພວມດຳເນີນການຈັດຕັ້ງສະເຫລີມສະຫລອງ 2 ວັນປະຫວັດສາດ ກໍຄື ງານສັບປະດາວັດທະນະທຳ ​ແລະ ທ່ອງທ່ຽວລາວ ຢ່າງຟົດ ຟື້ນດ້ວຍຫລາກຫລາຍກິດຈະກຳລາວ-​ຫວຽດນາມ ມີແມ່ນ້ຳລຳເຊ ​ແລະ ສາຍພູຫລວງຕິດຈອດກັນຕາມທຳມະຊາດ ​ແຕ່ເໜືອຕະຫລອດໃຕ້ປະຊາຊົນສອງຊາດເຄີຍຮ່ວມສຸກຮ່ວມທຸກ ​ແລະ ຊ່ວຍເຫລືອເຊິ່ງກັນ ​ແລະ ກັນ ​ໃນການຕໍ່ສູ້ກູ້ຊາດ ​ເພື່ອຍາດເອົາເອກະລາດອິດສາລະພາບ ​ແລະ ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ​ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.ສອງຊາດໄດ້ໄດ້ພ້ອມກັນ ສູ້ຊົນພັດທະນາເສດຖະກິດ-​ສັງຄົມ ​ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ​ໃຫ້ດີຂຶ້ນເປັນກ້າວໆ ຕາມຄຳຂວັນທີ່ວ່າ: “ປະຊາຊົນຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງເຂັ້ມແຂງ ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ​ແລະ ສີວິໄລພ້ອມທັງ​​ຮ່ວມມືກັນຍົກສູງບົດບາດໃນເວທີພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ.

ປະຊາຊົນ​ລາວບັນດາເຜົ່າ ຍາມໃດກໍມີຄວາມຮັບຮູ້ບຸນຄຸນ ຕໍ່ການຊ່ວຍເຫລືອອັນລ້ຳຄ່າ ນັບທັງເຂົ້າເມັດຫັກຜັກເສັ້ນໜຶ່ງ ກໍແບ່ງປັນກັນກິນຕະຫລອດເຖິງຊີວິດ ​ແລະ ​ເລືອດເນື້ອຂອງປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ການປະຕິວັດຊາດລາວຕະຫລອດມາພວກເຮົາຕ້ອງພ້ອມກັນສຶກສາອົບຮົມມູນເຊື້ອມິດຕະພາບ ຄວາມສາມັກຄີພິເສດ ​ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-​ຫວຽດນາມ ​ໃຫ້ແກ່ຄົນຮຸ່ນຫລັງໄດ້ຈົດຈຳ ​ແລະ ສຶກສາຄົ້ນຄ້ວາທັງປົກປັກຮັກສາ ​ແລະ ​ເສີມຂະຫຍາຍມູນເຊື້ອດັ່ງກ່າວ​ໃຫ້ຍືນຍົງຕະຫລອດໄປ. 

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...