Homeຂ່າວເຫດການເປີດສາຍດ່ວນກຳມະບານ 1512 ແລະ ເຟສບຸກທາງການຂອງ ສູນກາງສະຫະພັນກຳມະບານລາວ

ເປີດສາຍດ່ວນກຳມະບານ 1512 ແລະ ເຟສບຸກທາງການຂອງ ສູນກາງສະຫະພັນກຳມະບານລາວ

Published on

ຂປລ. ສູນ​ກາງ​ສະຫະ​ພັນ ​ກຳມະບານ​ລາວ ​​ເປີດ​ໃຫ້​ບໍລິການ​ ເບີ​ໂທລະສັບ​ສາຍ​ດ່ວນ 1512 ​ແລະ ສື່​ທາງ​ເຟສບຸກ (Facebook) ​ໂດຍ​ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ ກຳມະບານ​ລາວ ສະບັບ​ເລກທີ 106/ ສພຊ ລົງ​ວັນ​ທີ 27/12/2016 ​ແລະ ການ​ອະນຸມັດ ​ເບີ​ສາຍ​ດ່ວນ 4 ຕົວ​ເລກ 1512 ຈາກ​ກົມ​ໂທລະສັບກະຊວງໄປ​ສະ​ນີ ໂທລະ​ຄົມມະ​ນາ​ຄົມ ​ແລະ ການ​ສື່ສານ ສະບັບ​ເລກທີ 197/ກທລ, ລົງ​ວັນ​ທີ 10/2/2017 ​​ເພື່ອ​ໃຫ້​​ຄຳ​ປືກສາແກ່​ສະມາຊິກ​ກຳມະບານ, ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ.

ທ່ານ ສີ​ມູນ ອຸ່ນ​ລາສີ ຮອງ​ປະທານ ສູນ​ກາງ​ສະຫະ​ພັນກຳມະບານ​ລາວ ​ໄດ້​ກ່າວ​ໃນ​ງານ​ຖະ​ແຫ​ລ່ງຂ່າວ​ ເປີດ​ໃຫ້​ບໍລິການ​ເບີ​ໂທ​ດັ່ງກ່າວ, ​ໃນ​ວັນ​ທີ 17 ກໍ​ລະ​ກົດ​ນີ້ ຢູ່ນະຄອນຫລວງ​ວຽງ​ຈັນ​ວ່າ: ຈຸດປະສົງ ​ໃນ​ການ​ເປີດ​ໃຫ້​ບໍລິການ​ນີ້ ​ເພື່ອ​ໃຫ້​ມີ​ຄວາມ​ສະດວກ, ວ່ອງ​ໄວ ​ແລະ ທັນ​ສະ​ໄໝ ​ແທດ​ເໝາະກັບ​ຍຸກ​ການ​ສື່ສານ​ທີ່ບໍ່​ມີ​ພົມ​ແດນ ​ໃຫ້​ແກ່​ສະມາຊິກ​ກຳມະບານ​ລາວ, ກຳມະກອນ​ລາວ ​ແລະ ຊາວ​ຜູ້​ອອກ​​ແຮງ​ງານ​ໃນ​ທົ່ວ​ປະ​ເທດ ​ໄດ້​ເຂົ້າ​ເຖິງ​ວຽກ​ງານ​ກຳມະບານ, ວຽກ​ງານ​ແຮງ​ງານ​, ສາຍ​ພົວພັນ​ແຮງ​ງານ​ທີ່​ດີ ​ເພື່ອ​ຕອບ​ຂໍ້​ຂ້ອງ​ໃຈ, ​ໃຫ້​ຄຳ​​ແນະນຳ​ທີ່​ຖືກຕ້ອງ ​ແລະ ​ໃຫ້ການ​ຊ່ວຍ​ເຫລືອ​ ໂດຍສອດ​ຄ່ອງ​ກັບ​ກົດ​ໝາຍ​ແຫ່ງລັດຂອງ ສປປ ລາວ ​​ເປັນຕົ້ນ ກົດໝາຍ​ແຮ​ງງານ, ກົດໝາຍ​ກຳມະບານ​ລາວ, ກົດໝາຍ​ປະກັນ​ສັງຄົມ, ກົດໝາຍ​ຕ້າ​ນການ​ຄ້າ​ມະນຸດ ​ແລະ ບັນດາ​ນິຕິ​ກຳຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ການ​ປົກ​ປ້ອງ​ສິດ, ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳຂອງ​ສະມາ​ຊິກ​ກຳມະບານ, ກຳມະກອນ ​ແລະ ຊາວ​ຜູ້​ອອກ​​ແຮງ​ງານ.

ທ່ານ ສີ​ມູນ ອຸ່ນ​ລາສີ ກ່າວ​ຕື່ມ​ວ່າ: ສຳລັບ​​ເບີ​ໂທສາຍ​ດ່ວນ 1512 ມີ​ຄວາມໝາຍວ່າ 15 ໝາຍ​ເຖິງ​ວັນ​ສ້າງຕັ້ງວັນ​ກຳມະກອນ​ສາກົນ (ວັນ​ທີ 1ພຶດສະພາ),​ 12 ໝາຍ​ເຖິງ​ວັນ​ສ້າງຕັ້ງ ອົງການ​ກຳມະ ານ​ລາວ (ວັນ​ທີ 1​ ກຸມພາ), ​ເຊິ່ງສາມາດ​ໂທ​ເຂົ້າ​​ໄດ້ທຸກ​ເຄືອ​ຄ່າ​ຍຂອງ​ລະບົບ​ໂທລະສັບ​ໂດຍ​ບໍ່​ເສຍ​ຄ່າ ແຕ່​ວັນ​ຈັນ–ສຸກ ນັບ​ແຕ່​ເວລາ 8:00–16:00. ພ້ອມ​ນີ້, ​ຍັງສາມາດ​ຕິດ​ຕໍ່​ເບິ່ງ​ຂໍ້​ມູນ​, ມີ​ຄຳ​ເຫັນ ຫລື ຕັ້ງຄຳ​ຖາມ​ ເພື່ອ​ສອບ​ຖາມ​ກ່ຽວ​ກັບ​ ວຽກ​ງານ​ດ້ານ​ແຮງ​ງານ ​ແລະ ກຳມະບານ​ຜ່ານ​ທາງ  Facebook ຂອງ​ສູນ​ກາງ​ສະຫະພັນ​ ກຳມະບານ​ລາວ ​ຕະຫລອດ 24 ຊົ່ວ​ໂມງ ​ໂດຍ​ພິມ​ຄຳ​ວ່າ ສູນ​ກາງ​ສະຫະພັນ ​ກຳມະ​ບານ​ລາວ ​ເຂົ້າ​ໃນ​ໂປ​ແກມ Facebook.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...