spot_img
Homeຂ່າວເຫດການ​​ແບບຢ່າງ​ອັນ​ດີງາມ ​ແລະ ຜົນງານ​ອັນ​ໃຫຍ່​ຫລວງ​ຂອງ​ ປະທານສຸ​ພານຸ​ວົງ

​​ແບບຢ່າງ​ອັນ​ດີງາມ ​ແລະ ຜົນງານ​ອັນ​ໃຫຍ່​ຫລວງ​ຂອງ​ ປະທານສຸ​ພານຸ​ວົງ

Published on

ຄຸນລັກສະນະທີ່ພົ້ນເດັ່ນຂອງ ປະທານ ສຸພານຸວົງ ແມ່ນເປັນຜູ້ນຳທີ່ມີຄວາມຈົງຮັກພັກດີ ຕໍ່ອຸດົມການປະຕິວັດຢ່າງເດັດຂາດຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ ຍາມໃດກໍໄດ້ຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງນັບຖືໝູ່ຄະນະເອື້ອເຟື້ອຮັກແພງ ມິດສະຫາຍຢ່າງຈິງໃຈດຳລົງຊີວິດຢ່າງສັດຊື່ສຸຈະລິດ ແລະ  ງ່າຍດາຍ.

ທ່ານປະທານ ສຸພານຸວົງ  ແມ່ນປັນຍາຊົນຜູ້ຍິ່ງໃຫຍ່ ເປັນເຊື້ອເຈົ້າຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດອັນດູດດື່ມມີຈິດໃຈຕໍ່ສູ້ທີ່ອາດຫານກ້າແກ່ນມີທັດສະນະຫລັກໝັ້ນອັນໜັກແໜ້ນ ແລະ ນ້ຳໃຈເສຍສະຫລະອັນສູງສົ່ງເພື່ອຊາດເພື່ອປະຊາຊົນເພິ່ນໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງ ກາຍເປັນນັກປະຕິວັດທີ່ກ້າແກ່ນເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ ຕະຫລອດຊີວິດຂອງປະທານ ສຸພານຸວົງບໍ່ວ່າຈະຢູ່ໃນຕຳແໜ່ງໃດຄວາມຮັບຜິດຊອບອັນໃດ ເພິ່ນກໍໄດ້ອຸທິດໝົດຈິດໝົດໃຈໝົດຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອເອກະລາດອະທິປະໄຕຂອງຊາດ ແລະ ຄວາມສົມບູນພູມສຸກຂອງປະຊາຊົນເຮົາປະທານ ສຸພານຸວົງ ໄດ້ເດີນຕາມເສັ້ນທາງຂອງພັກຄວາມສາມາດຄຸນນະທຳ ແລະ ອິດທິພົນຂອງເພິ່ນໄດ້ກາຍເປັນສິ່ງກະຕຸກຊຸກຍູ້ປຸກລະດົມດຶງດູດປະຊາຊົນເຜົ່າຕ່າງໆຊັ້ນຄົນຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດປະກອບສ່ວນສ້າງກ້ອນກຳລັງສາມັກຄີເປັນອັນໜຶ່ງອັນດຽວກັນ ໃນແນວໂຮມເອກະພາບແຫ່ງຊາດ ເຊິ່ງອັນນັ້ນໄດ້ກາຍເປັນໜຶ່ງໃນບັນດາປັດໄຈອັນສຳຄັນທີ່ຮັບປະກັນໄຊຊະນະຂອງການປະຕິວັດ ປະເທດເຮົາໃນແຕ່ລະໄລຍະເພິ່ນເຄີຍຕັກເຕືອນພະນັກງານສະມາຊິກພັກຢູ່ສະເໝີວ່າ ຕ້ອງຮູ້ຈັກສົມທົບນ້ຳໃຈຮັກຊາດອັນເລິກເຊິ່ງ ກັບນ້ຳໃຈສາກົນ ອັນແທ້ຈິງຍາມໃດເພິ່ນກໍ່ເອົາໃຈໃສ່ຖະຫນຸຖະໜອມ ການພົວພັນມິດຕະພາບຖານອ້າຍນ້ອງມິດຈິດມິດໃຈສາກົນນິຍົມ ອັນບໍລິສຸດຜຸດຜ່ອງຕະຫລອດມາ.

ປະທານ ສຸພານຸວົງ ເປັນນັກການເມືອງ ທີ່ເກັ່ງກ້າສະຫລາດສະຫລຽວມີໄຫວພິບໃນການວາງຍຸດໂທບາຍດ້ານການຕໍ່ສູ້ການເມືອງ ແລະ ການຕ່າງປະເທດຢູ່ໃນແຕ່ລະໄລຍະເປັນນັກການເມືອງລະດັບສາກົນທີ່ດີເດັ່ນ ໄດ້ມີການປະກອບສ່ວນອັນປະເສີດເຂົ້າ ໃນການປັບປຸງສັນຕິພາບໂລກເຂົ້າໃນການເປີດກວ້າງການຮ່ວມມມື ລະຫວ່າງບັນດາປະເທດ ແລະ ປະຊາຊາດຢູ່ໃນໂລກເພິ່ນມີຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ ເຊິ່ງສະແດງເຖິງຄວາມານະອົດທົນເດັດດ່ຽວເຂັ້ມແຂງ,ຄວາມມີເຫດມີຜົນຄວາມກ້າຫານ ແລະ ຄວາມເສຍສະຫລະຍາມໃດເພິ່ນກໍຍົກຜົນປະໂຫຍດຂອງຊາດຂອງປະຊາຊົນສູງກວ່າຜົນປະໂຫຍດ ສ່ວນຕົວ ແລະ ຄອບຄົວ. ດັ່ງທີ່ເພິ່ນໄດ້ຂຽນ ໄວ້ໃນວັນທີ 10 ກັນຍາ 1948…ເວລານີ້ເຮົາມີແຕ່ປະເທດຊາດ ເທົ່ານັ້ນທີ່ໃຫຍ່ ກວ່າໝູ່ໝົດ…”.

ສຳລັບການດຳລົງຊີວິດທ່ານປະທານ ສຸພານຸວົງ ດຳລົງຊີວິດແບບງ່າຍດາຍກະທັດຮັດເປັນຄົນດຸໝັ່ນຫ້າວຫັນປະຢັດມັດທະຍັດບໍ່ຖືຕົວນິ້ມນວນມີນິດໄສ ຄ່ຽມຄົມການເຄື່ອນໄຫວຂອງເພິ່ນແມ່ນມີແຜນການໃຫ້ແກ່ຕົນເອງທ່ານໄດ້ ກາຍເປັນຄົນອອກແຮງງານ ເກັ່ງທາງດ້ານມັນສະໝອງ ແລະ ຮ່າງກາຍ,  ເປັນກຳມະກອນຂົວທາງວິສະວະກອນ ທີ່ເກັ່ງອັນດັບໜຶ່ງຂອງລາວເປັນຜູ້ນຳທີ່ເຄົາລົບຮັກ ແລະ ເຊື່ອຖືຂອງປະຊາຊົນລາວບັນດາເຜົ່າເພິ່ນບໍ່ພຽງແຕ່ເປັນຜູ້ນຳທີ່ປະເສີດຂອງປະເທດຊາດແຕ່ຍັງເປັນລູກທີ່ກະຕັນຍູຂອງພໍ່ແມ່ພີ່ນ້ອງເປັນປູ່ເປັນພໍ່ເຖົ້າເປັນພໍ່ທີ່ແສນເຄົາລົບຮັກແສນດີຂອງຄອບຄົວ ໃຫຍ່ສຸພານຸວົງເປັນແວ່ນແຍງອັນເຫລື້ອມໃສໃຫ້ແກ່ທຸກໆຄົນໃນຄອບຄົວອີກດ້ວຍ.

 

ບົດຂ່າວຈາກ: ຂປລ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...