Homeຂ່າວຕ່າງປະເທດອຸຣຸໄກວ ເປີດໄຟຂຽວ ໃຫ້ຮ້ານຂາຍຢາຂາຍກັນຊາໄດ້

ອຸຣຸໄກວ ເປີດໄຟຂຽວ ໃຫ້ຮ້ານຂາຍຢາຂາຍກັນຊາໄດ້

Published on

ອຸຣຸໄກວ ກາຍເປັນປະເທດທຳອິດຂອງໂລກ ທີ່ອະນຸຍາດໃຫ້ຮ້ານຂາຍຢາສາມາດຈຳໜ່າຍກັນຊາຢ່າງຖືກກົດໝາຍ ພາຍຫຼັງທີ່ລັດຖະບານອຸຣຸໄກວອະນຸຍາດໃຫ້ຮ້ານຂາຍຢາໃນປະເທດ ເລິ່ມຂາຍກັນຊາໄດ້ຕັ້ງແຕ່ວັນທີ 19 ກໍລະກົດ 2017 ແຕ່ທຸກຂັ້ນຕອນຕັ້ງແຕ່ການປູກຈົນເຖິງຕອນຂາຍ ແມ່ນມີກົດລະບຽບຄວບຄຸມຢ່າງຮັດກຸມ.

ສຳນັກຂ່າວເອເອຟພີລາຍງານຈາກນະຄອນຫຼວງມອນເຕວິເດໂອ ປະເທດອຸຣຸໄກວເມື່ອວັນທີ 15 ກໍລະກົດ ທີ່ຜ່ານມາວ່າ ພາຍໃຕ້ກົດໝາຍທີ່ອະນຸມັດເມື່ອປີ 2013 ຊາວອຸຣຸໄກວສາມາດປູກກັນຊາໄດ້ແລະສູບຢູ່ສະໂມສອນ ສ່ວນການອະນຸຍາດໃຫ້ຮ້ານຂາຍຢາຂາຍກັນຊາໄດ້ ເປັນຂັ້ນຕອນທີ 3 ແລະຂັ້ນຕອນສຸດທ້າຍ ທັງນີ້ ປະຊຊົນຕ້ອງລົງທະບຽນເພື່ອຊື້ກັນຊາຈາກຮ້ານຂາຍຢາ ແລະຈົນເຖິງເວລານີ້ມີຜູ້ລົງທະບຽນແລ້ວຫຼາຍກວ່າ 4,700 ຄົນ ສ່ວນຫຼາຍເປັນກຸ່ມຄົນອາຍຸລະຫວ່າງ 30-44 ປີ ປັດຈຸບັນອຸຣຸໄກວມີປະຊາກອນ 3.4 ລ້ານຄົນ ພາຍໃຕ້ຂັ້ນຕອນທຳອິດຂອງກົດໝາຍປີ 2013 ມີປະຊາຊົນກວ່າ 6,600 ຄົນ ລົງທະບຽນເພື່ອປູກກັນຊາໃນຄົວເຮືອນ ແລະສະໂມສອນສຳລັບສູບກັນຊາໄດ້ຮັບອະນຸຍາດແລ້ວ 51 ແຫ່ງ.

ສະຖາບັນກຳກັບແລະຄວບຄຸມກັນຊາ ຂອງລັດຖະບານອຸຣຸໄກວ ອະນຸຍາດໃຫ້ຂາຍກັນຊາໄດ້ 2 ຊະນິດ ແລະຂາຍຫໍ່ບັນຈຸຂະໜາດ 5 ແລະ 10 ກະລາມ ນັກສູບກັນຊາທີ່ລົງທະບຽນສາມາດຊື້ໄດ້ບໍ່ເກີນຜູ້ລະ 40 ກະລາມຕໍ່ເດືອນ ໃນລາຄາກະລາມລະ 1.3 ໂດລ່າສະຫະລັດ ຫຼືປະມານ 11,000 ກີບ ມີພຽງ 2 ບໍລິສັດເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ຜະລິດກັນຊາສົ່ງໃຫ້ຮ້ານຂາຍຢາ ແລະພາຍໃຕ້ການຄວບຄຸມຂອງກອງທັບ ປະຊາຊົນບໍ່ສາມາດເຂົ້າເຖິງໄດ້ ຂະນະທີ່ເຈົ້າໜ້າທີ່ລັດຖະບານຢືນຢັນວ່າ ຈະປ້ອງກັນ ການທ່ອງທ່ຽວເພື່ອກັນຊາ ກົດໝາຍອຸຣຸໄກວ ແລະຜູ້ທີ່ຢູ່ອາໄສໃນປະເທດໂດຍຖືກກົດໝາຍເທົ່ານັ້ນທີ່ສາມາດປູກຫຼືສູບກັນຊາໄດ້.

ແຫຼ່ງຂ່າວ: ເອເອຟພີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...