Homeຂ່າວພາຍ​ໃນໄຟໄໝ້ຊັ່ງຈ່ຽງ ກ່ອນເລືອກຕັ້ງສະພາການຄ້າເຈີ້ຈຽງລາວ ຊຸດທີ 2 ພຽງ 4 ມື້

ໄຟໄໝ້ຊັ່ງຈ່ຽງ ກ່ອນເລືອກຕັ້ງສະພາການຄ້າເຈີ້ຈຽງລາວ ຊຸດທີ 2 ພຽງ 4 ມື້

Published on

ເວລາປະມານ 17:00 ຂອງມື້ນີ້ ວັນທີ 14 ກໍລະກົດ 2017 ໄດ້ເກີດເຫດໄຟໄໝ້ສູນການຄ້າສາກົນຊັ່ງຈ່ຽງ ສປປ ລາວ ຢ່າງຮຸນແຮງ

ເຈົ້າໜ້າທີ່ຈາກກອງມອດໄຟ ກະຊວງປ້ອງກັນຄວາມສະຫງົບ ແລະອາສາກູ້ໄພໄດ້ສຸມກຳລັງໃສ່ ໃນການມອດໄຟ ແຕ່ກໍເຮັດໄດ້ຢ່າງລຳບາກ ເນື່ອງຈາກຕະຫຼາດດັ່ງກ່າວເປັນຫຼັງໃຫຍ່ ແລະມີຝາກັ້ນແລະຫຼັງຄາທີ່ແໜ້ນໜາ ເຮັດໃຫ້ບໍ່ສະດວກໃນການສີດນໍ້າ ເຊິ່ງເຈົ້າໜ້າທີ່ຕ້ອງໃຊ້ເວລາດົນຈຶ່ງສາມາດຄວບຄຸມໄຟໄດ້ ແລະສຸດທ້າຍເກີນ 90% ຂອງອາຄານສູນການຄ້າດັ່ງກ່າວກໍຖືກໄຟໄໝ້ທັງໝົດ.

ເຫດການນີ້ໄດ້ສ້າງຄວາມເສຍຫາຍໃຫ້ແກ່ສູນການຄ້າດັ່ງກ່າວຢ່າງຮຸນແຮງ ແຕ່ຍັງບໍ່ມີລາຍງານຜູ້ບາດເຈັບຫຼືເສຍຊີວິດ ແລະຄາດວ່າມູນຄ່າຄວາມເສຍຫາຍສູງຢ່າງແນ່ນອນ. ສ່ວນສາເຫດຂອງໄຟໄໝ້ນັ້ນ ຍັງບໍ່ມີການສະຫຼຸບໄດ້ເທື່ອ.

ໃນຂະນະທີ່ແຫຼ່ງຂ່າວລາຍງານວ່າ ສະພາການຄ້າເຈີ້ຈຽງປະຈຳ ສປປ ລາວ ຈະມີພິທີເລືອກຕັ້ງຜູ້ນຳສະພາການຄ້າຊຸດທີ 2 ແລະຈະປະກາດລາຍຊື່ຢ່າງເປັນທາງການໃນວັນທີ 18 ກໍລະກົດ 2017 ທີ່ຈະມາເຖິງນີ້ ທີ່ໂຮງແຮມຊັ່ງຈ່ຽງ ທີ່ຕິດກັບສູນການຄ້າຊັ່ງຈ່ຽງ ສປປ ລາວ. ແນວໃດກໍຕາມ, ກຳນົດການດັ່ງກ່າວອາດຈະມີການເລື່ອນອອກໄປຢ່າງບໍ່ມີກຳນົດ ພາຍຫຼັງເກີດເຫດໄຟໄໝ້ສູນການຄ້າຊັ່ງຈ່ຽງເສຍກ່ອນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...