Homeຂ່າວຕ່າງປະເທດຕາເວັນອອກກາງຍັງໄຮ້ທາງອອກ 4 ຊາດອາຣັບ ຈະສືບຕໍ່ຂວ້ຳບາດກາຕາຕໍ່ ຈົນກວ່າຈະມີການປ່ຽນແປງ

ຕາເວັນອອກກາງຍັງໄຮ້ທາງອອກ 4 ຊາດອາຣັບ ຈະສືບຕໍ່ຂວ້ຳບາດກາຕາຕໍ່ ຈົນກວ່າຈະມີການປ່ຽນແປງ

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 14 ກໍລະກົດນີ້ວ່າ ວິກິດການທູດໃນອາຊີຕາເວັນອອກກາງ ຍັງບໍ່ທັນຈົບລົງງ່າຍໆ ຫລັງຈາກທີ່ 4 ຊາດພັນທະມິດຂອງອາຣັບບີ ຊາອຸດິດ ຍັງຈະສືບຕໍ່ພ້ອມໃຈກັນຂວ້ຳບາດກາຕາຕໍ່ໄປເລື້ອຍໆ ຈົນກວ່າອີກຝ່າຍໜຶ່ງຈະມີການປ່ຽນແປງພຶດຕິກຳ, ທ່ານ ອັນວາ ອັນ-ກາກາດ ລັດຖະມົນຕີການຕ່າງປະເທດ ສະຫະລັດອາຣັບເອມິເຣດ ໄດ້ໂພສຕ໌ຂໍ້ຄວາມລົງທາງທະວິດເຕີ້ສ່ວນຕົວຂອງຕົນວ່າ ພວກເຮົາກຳລັງມຸ່ງໄປສູ່ການຕັດສຳພັນທີ່ຍາວນານ ວິທີແກ້ບັນຫາທາງການເມືອງ ຊຶ່ງຕ້ອງລວມເຖິງການປ່ຽນແປງພຶດຕິກຳຂອງຝ່າຍກາຕາ ເບິ່ງແລ້ວຈະຍັງອີກຍາວນານຫລາຍ, ດັ່ງນັ້ນ ຈະຍັງບໍ່ມີຫຍັງປ່ຽນແປງ ແລະ ເຮົາຄົງຕ້ອງເບິ່ງການປະຕິສຳພັນໃນຮູບແບບອື່ນ.

ຄຳຖະແຫລງດັ່ງກ່າວຂອງສະຫະລັດອາຣັບເອມິເຣດ ໄດ້ສະແດງໃຫ້ເຫັນວ່າ ວິກິດການທາງການທູດຄັ້ງນີ້ຍັງໄຮ້ສັນຍານທາງອອກ ຫລັງຈາກທີ່ ທ່ານ ເຣັກ ທິນເລີສັນ ລັດຖະມົນຕີການຕ່າງປະເທດ ສະຫະລັດອາເມຮິກາ ສຳເລັດການເດີນທາງຢ້ຽມຢາມພາກພື້ນອາຊີຕາເວັນອອກາງ ເປັນເວລາ 3 ວັນ ເພື່ອຊ່ວຍໄກ່ເກ່ຍຂໍ້ຂັດແຍ່ງດັ່ງກ່າວ ຊຶ່ງວິກິດຂຶ້ນໃນຮອບຫລາຍປີ.

ທັງນີ້ ອາຣັບບີຊາອຸດິດ, ສະຫະລັດອາຣັບເອມິເຣດ, ບາເຣນ ແລະ ເອຢິບ ໄດ້ປະກາດຕັດສຳພັນທາງການທູດກັບກາຕາ ເມື່ອວັນທີ 5 ມິຖຸນາຜ່ານມາ ໂດຍກ່າວຫາວ່າເປັນລັດທີ່ສະໜັບສະໜູນລັດທິກໍ່ການຮ້າຍ ແລະ ຝັກໄຝ່ອີຣ່ານ ຊຶ່ງເປັນຄຳກ່າວຫາທີ່ຝ່າຍກາຕາ ປະຕິເສດມາໂດຍຕະຫລອດ.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...