Homeຂ່າວເຫດການຮອງລັດຖະມົນຕີຕ່າງປະເທດລາວ-ຍີ່ປຸ່ນ ພົບປະສອງຝ່າຍ ທີ່ນະຄອນຫລວງວຽງຈັນ

ຮອງລັດຖະມົນຕີຕ່າງປະເທດລາວ-ຍີ່ປຸ່ນ ພົບປະສອງຝ່າຍ ທີ່ນະຄອນຫລວງວຽງຈັນ

Published on

ຂປລ. ວັນທີ 13 ກໍລະກົດ 2017 ທີ່ນະຄອນຫລວງວຽງຈັນ, ທ່ານ ຄິໂຢຊິ ໂອດາວາຣະ (Mr. Kiyoshi ODAWARA), ສະມາຊິກສະພາຕ່ຳ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຝ່າຍລັດຖະສະພາຍີ່ປຸ່ນ ໄດ້ພົບປະກັບ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນໂອກາດ ເດີນທາງມາຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 12-13 ກໍລະກົດ 2017.

ການພົບປະສອງຝ່າຍ ໄດ້ພ້ອມກັນຕີລາຄາ ແລະ ປຶກສາຫາລື ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງສອງປະເທດ ເພື່ອພັດທະນາ ສປປ ລາວ ແບບຍືນຍົງ ປັດຈຸບັນ ສປປ ລາວ ແລະ ຍີ່ປຸ່ນ ພວມຈັດຕັ້ງປະຕິບັດແຜນການ ຮ່ວມມືດັ່ງກ່າວ ຄຽງຄູ່ກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ຂອງ ສປປ ລາວ, ແລະ ຈະຈັດກອງ​ປະ​ຊຸມ​ປຶກ​ສາ​ຫາ​ລືສອງຝ່າຍ​ ກ່ຽວກັບ​ຄວາມ​ໝັ້ນ​ຄົງລະ​ຫວ່າງ ສ​ປ​ປ ລາວ ແລະ ຍີ່​ປຸ່ນຄັ້ງ​ທີ 2 ຂຶ້ນໃນຕໍ່ໜ້າ. 

ທ່ານ ນາງ ຄໍາເພົາ ເອີນທະວັນ ໄດ້ສະເໜີໃຫ້ສອງກະຊວງການຕ່າງປະເທດ ລາວ-ຍີ່ປຸ່ນ ມີການຮ່ວມມືກັນ ຫຼາຍຂຶ້ນກວ່າເກົ່າ, ໂດຍສະເພາະການຈັດ​ໂຄງ​ການຮ່ວມ​ມື ເພື່ອແລກ​ປ່ຽນບົດຮຽນເຊັ່ນ: ການຈັດ​ຝຶກ​ອົບ​ຮົມໃຫ້​ແກ່ນັກ​ການ​ທູດ ໜຸ່ມ​ນ້ອຍຂອງ ສປປ ລາວ ແລະ ອື່ນໆເພື່ອ​ຮັບ​ໃຊ້ການພົວ​ພັນ​ຮ່ວມ​ມືຂອງສ​ອງ​ປະ​ເທດ ທີ່​ນັບ​ມື້​ນັບ​ຫລາຍ​ຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນ ໃນບັນຫາພາກພຶ້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດັ່ງກ່າວ,ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ນັບໄດ້ ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ ພາຍໃຕ້ການເປັນຄູ່ຮ່ວມມືຍຸດທະສາດ ແລະ ໄດ້ສະແດງ​ຄວາມຂອບ​ໃຈ ແລະ ຮູ້ບຸນຄຸນ​ຕໍ່ການຊ່ວຍເຫຼືອ ທາງການເພື່ອການພັດທະນາ (ODA) ​ຂອງຍີ່ປຸ່ນ ໃນໄລຍະຜ່ານມາ,ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນແຜນພັດທະນາ ເສດຖະກິດ–ສັງຄົມຂອງ ສປປ ລາວ, ໂດຍສະເພາະ ແມ່ນໂຄງການ ພັດທະນາຊັບພະຍາກອນມະນຸດ (JDS) ສຳລັບສົກປີ 2017-2018 ທີ່ສອງປະເທດໄດ້ລົງນາມ ເອກະສານແລກປ່ຽນຮ່ວມກັນ ໃນເດືອນມິຖຸນາ ທີ່ຜ່ານມາ. ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ຍັງສະແດງຄວາມຂອບໃຈ ຕໍ່ທ່ານ ຄິໂຢຊິ ໂອດາວາຣະ ທີ່ໄດ້ໃຫ້ກຽດຂຶ້ນປາຖະກະຖາຕໍ່ ພະນັກງານກະຊວງການຕ່າງປະເທດລາວ ພາຍໃຕ້ຫົວຂໍ້ “ການທູດແບບພິເສດ”, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ເຊິ່ງຈັດຮ່ວມໂດຍ ສະຖາບັນການຕ່າງປະເທດລາວ ແລະ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຕ່າງປະເທດຍີ່ປຸ່ນກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ໃນການເຄື່ອນໄຫວຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງທ່ານ ແລະ ຕີລາຄາສູງ ຕໍ່ການຊຸກຍູ້ສົ່ງເສີມການ ຮ່ວມມືລະຫວ່າງ ສອງປະເທດລາວ-ຍີ່ປຸ່ນ ເພື່ອເປັນການປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີປະສິດທິຜົນ.

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ນອກຈາກ ທ່ານ ຄິໂຢຊິ ໂອດາວາຣະໄດ້ຂຶ້ນປາຖະກະຖາແລ້ວ, ທ່ານຍັງໄດ້ເຂົ້າຮ່ວມ ພິທີມອບ-ຮັບໂຮງຮຽນ ມັດຖະຍົມ ສົມບູນນ້ຳສັງ, ເມືອງສັງທອງ, ນະຄອນຫຼວງວຽງຈັນ ເຊິ່ງເປັນໂຄງການຊ່ວຍເຫລືອລ້າ ຈາກລັດທະບານ ແລະ ປະຊາຊົນຢີປຸ່ນ, ມູນຄ່າ 78,724 ໂດລາສະຫະລັດ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...