Homeຂ່າວຕ່າງປະເທດຈີນເຜີຍ! ການຄ້າຮ່ວມກັບເກົາຫຼີເໜືອໃນ 6 ເດືອນຕົ້ນປີເພີ່ມຂຶ້ນກວ່າ 10.5%

ຈີນເຜີຍ! ການຄ້າຮ່ວມກັບເກົາຫຼີເໜືອໃນ 6 ເດືອນຕົ້ນປີເພີ່ມຂຶ້ນກວ່າ 10.5%

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ເຈົ້າໜ້າທີ່ທາງການຂອງຈີນເປີດເຜີຍໃນວັນນີ້ ການຄ້າລະຫວ່າງຈີນກັບເກົາຫຼີເໜືອໃນຊ່ວງໄລຍະເຄິ່ງປີທຳອິດນັ້ນເພີ່ມຂຶ້ນຫຼາຍກວ່າ 10 ເປີເຊັນ ໂດຍທ່ານ Huang Songping ໂຄສົກກົມພາສີ-ອາກອນຂອງຈີນເປີດເຜີຍວ່າການຄ້າຂອງຈີນກັບເກົາຫຼີເໜືອນັບມີນັບເຕີບໂຕຂຶ້ນເປັນ 10.5 ເປີເຊັນ ມູນຄ່າກວ່າ 2.55 ພັນລ້ານໂດລາໃນຊ່ວງໄລຍະເວລາພຽງ 6 ເດືອນຕົ້ນປິ

ໃນຂະນະດຽວກັນຈີນໄດ້ນຳເຂົ້າສິນຄ້າຈາກເກົາຫຼີເໜືອຫຼຸດລົງ 13.2 ເປີເຊັນ ຕົກເປັນເງິນຢູ່ທີ່ 880 ລ້ານໂດລາ ສ່ວນການສົ່ງອອກສິນຄ້າໄປທີ່ເກົາຫຼີເໜືອນັ້ນເພີ່ມຂຶ້ນເຖິງ 29.1 ເປີເຊັນ ຕົກເປັນເງິນກວ່າ 1.67 ພັນລ້ານໂດລາ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...