Homeຂ່າວທ້ອງຖິ່ນນະຄອນຫລວງວຽງຈັນ ຈະສູ້ຊົນປ່ອຍປາໃຫ້ໄດ້ 8 ແສນກວ່າໂຕພາຍໃນ 9 ຕົວເມືອງ

ນະຄອນຫລວງວຽງຈັນ ຈະສູ້ຊົນປ່ອຍປາໃຫ້ໄດ້ 8 ແສນກວ່າໂຕພາຍໃນ 9 ຕົວເມືອງ

Published on

ຂປລ. ​​​​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ ນະຄອນຫລວງ​ວຽງຈັນ(ນວ), ຮ່ວມ​ກັບອົງການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ພໍ່​ແມ່​ປະຊາຊົນບັນດາ​ເຜົ່າ ​ໄດ້​ຈັດ​ພິທີປ່ອຍ​ປາ ຈຳນວນ 176.000 ກວ່າ​ໂຕ ລົງ​ສູ່​​ທຳ​ມະ​ຊາດ (ອ່າງນໍ້າຊວງ)​ ບ້ານ​ສີວິໄລ ​ເມືອງ​ນາຊາຍທອງ ນະຄອນຫລວງ​ວຽງ​ຈັນ, ໃນ​ຕອນ​ເຊົ້າ​ວັນ​ທີ 13 ກໍລະກົດ ນີ້  ໃນໂອກາດວັນປ່ອຍ​ປາ ​ແລະ ອະນຸລັກ​ສັດ​ນ້ຳ-ສັດປ່າ ແຫ່ງ​ຊາດ ປະຈຳ​ປີ 2017 ໂດຍ​ມີ ທ່ານ​ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ບຸນ​ຂວາງ ຄຳ​ບຸນ​​ເຮືອງ ຮອງ​ລັດຖະມົນຕີ​ກະຊວງກະສິກຳ ​ແລະ ປ່າ​ໄມ້, ບັນດາຫົວໜ້າ​ກົມ-ຮອງ​ກົມ, ພ້ອມດ້ວຍພໍ່-​ແມ່​ປະຊາຊົນ​ ພາຍ​ໃນ​ບ້ານ ​ແລະ ພາກສ່ວນ​​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ປາ​ທີ່​ນຳ​ມາ​ປ່ອຍ​ໃນ​ຄັ້ງ​ນີ້ປະກອບມີ​: ປາ​ນິນ, ປາ​ໄນ, ປາປາກ, ປາ​ເກັດ​ແລບ, ປານ​ວນຈັນ ​ແລະ ຊະນິດປາ​ອື່ນໆ ນອກ​ນັ້ນຍັງ​ໄດ້​ນຳ​ເອົາກົບ ​ແລະ ​ນົກ​ ຈຳນວນ​ໜຶ່ງມາ​ປ່ອຍ​ຕື່ມອີກ​ ​​ໂດຍ​ເນັ້ນໃສ່ປ່ອຍປາພັນພື້ນ​ເມືອງ ​ເພື່ອ​ສ້າງ​ເງື່ອນໄຂໃຫ້ປາພັນພື້ນເມືອງ ໄດ້ມີການ​ຂະຫຍາຍ​ພັນ​​ຕາມ​ທຳ​ມະ​ຊາດ ເຮັດ​ໃຫ້​ສັດ​ນ້ຳ​ຢູ່​ຕາມ​ທຳ​ມະ​ຊາດ ​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ແລະ ນັບມື້ຫລາຍຂຶ້ນ, ສ້າງ​ຄວາມ​ສົມ​ດຸນ​ຂອງ​ລະບົບ​ນິ​ເວດ, ​ສ້າງ​ທ່າ​ແຮງດ້ານ​ສະບຽງອາຫານ ​ແລະ ກາຍ​ເປັນ​ສິນຄ້າ. ​

ໃນ​ໄລຍະ​ຜ່ານ​ມາ, ນະ​ຄອນ​ຫລວງ​ວຽງຈັນ ໄດ້​ເອົາ​ໃຈ​ໃສ່​ສ້າງ​ຂະ​ບວນ​ການ ​ແລະ ​ເຜີຍ​ແຜ່​​​ເນື້ອ​ໃນ, ຄວາມໝາຍຄວາມ​ສຳຄັນ ໃນ​ວັນ​ປ່ອຍ​ປາ​ແຫ່ງ​ຊາດທຸກໆປີ ​ເຮັດ​​ໃຫ້​ຂະ​ບວນການ​ມີ​ລັກສະນະ​ກ້ວາງ​ຂວາງ ​ແລະ ​ໄດ້​ຮັບ​ຜົນ​ດີ​. ນັບ​ແຕ່​ປີ 1994 ຮອ​ດປີ 2016 ຕົວ​ເລກ​ການ​ປ່ອຍ​ປາ ​ແລະ ສັດ​ນ້ຳ​ອື່ນໆ ບັນລຸ​ເຖິງ 21.882.500 ກວ່າ​ໂຕ ສະ​ເພາະ​ປີ 2017 ນີ້, ຄາດ​ຄະ​ເນ​ຕົວ​ເລກ​ການ​ລະດົມ​ທຸກ​ພາກສ່ວນ​ປ່ອຍ​ປາ ຢູ່ 9 ຕົວ​ເມືອງ ​ໃນ​ນະຄອນຫລວງ​ວຽງ​ຈັນ ຈະ​ບັນລຸ​ເຖິງ 820.000 ກວ່າ​ໂຕ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...