Homeຂ່າວເຫດການປະທານປະເທດ ຮ່ວມພິທີປ່ອຍປາ 100,000 ກວ່າໂຕ ລົງສູ່ນ້ຳງື່ມ ວັນອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ

ປະທານປະເທດ ຮ່ວມພິທີປ່ອຍປາ 100,000 ກວ່າໂຕ ລົງສູ່ນ້ຳງື່ມ ວັນອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ

Published on

ຂປລ. ເນື່ອງ​ໃນໂອກາດວັນປ່ອຍ​ປາ ​ແລະ ອະນຸລັກ​ສັດ​ນ້ຳ–ສັດປ່າ​ ແຫ່ງ​ຊາດ, ທ່ານ ບຸນ​ຍັງ ວໍລະ​ຈິດ ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄອບຄົວໄດ້ຮ່ວມ ປ່ອຍປາລົງສູ່​ແຫລ່ງທໍາ​ມະ​ຊາດ (ນໍ້າງື່ມ) ຈໍານວນ 100.000 ​​ກວ່າ​ໂຕ ໃນວັນທີ 13 ກໍລະກົດ 2017 ນີ້ ບ້ານ​ໄຮ່, ​ເມືອງ​ໄຊ​ຖາ​ນີ, ນະຄອນຫລວງ​ວຽງ​ວຈັນ ຂະນະທີ່ລັດຖະບານລາວ ໄດ້ຕັ້ງເປົ້າຈະປ່ອຍປາລົງສູ່ແຫລ່ງນໍ້າທໍາມະຊາດໃຫ້ໄດ້ 40 ລ້ານໂຕປີ 2017 ນີ້.

ພ້ອມດຽວກັນນີ້ ພິທີ​ປອ່ຍປາ​ດັ່ງກ່າວ ກໍມີ​ບັນດາລັດຖະມົນຕີ, ຮອງ​ລັດຖະມົນຕີ ​ແລະ ຮອງ​ເຈົ້າ​ຄອງ​ນະຄອນຫລວງ, ​ອໍານາດ​ການ​ປົກຄອງບ້ານ, ພ້ອມດ້ວຍພາກສ່ວນ​ທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມເຊັ່ນດຽວກັນ.

ທ່ານ ພວງ​ປາຣິສັກ ປຣະວົງ​ວຽງ​ຄໍາ ຮອງ​ລັດຖະມົນຕີ​ ກະຊວງ​ກະ​ສີ​ກໍາ ​ແລະ ປ່າ​ໄມ້ ກ່າວ​ວ່າ: ການ​ປ່ອຍ​ປາ​ລົງ​ສູ່ທໍາ​ມະ​ຊາດ​ຄັ້ງ​ນີ້ ລວມ​ມີ: ປາ​ປາກ, ປາ​ເອິນ, ປາ​ແກງ ແລະ ນົກ​ຈຳ​ນວນ​ໜື່ງ. ​ໃນປີ 2017 ນີ້ ຕາມ​ແຜນ​ການ​ຄາດ​ວ່າ​ ຈະປ່ອຍ​ລູກ​ປາ ໃຫ້​ໄດ້​ຫລາຍ​ກ່​ວາ 40 ລ້ານ​ໂຕ. ໄປ​ຄຽງ​ຄູ່​ກັບການ​ປ່ອຍ​ສັດ​ປ່າເຊັ່ນ: ນົກ, ສັດ​ເລືອ​ຄານ ແລະ ສັດ​ປະ​ເພດ​ອື່ນໆ. ​ເພື່ອ​ແນ່​ໃສ່​ເພີ່ມ​ປະຊາກອນ ຂອງ​ສັດ​ນໍ້າ ​ແລະ ສັດປ່າ ຄວາມ​ອຸດົມສົມບູນ​ທາງ​ດ້ານ​ຊະນິດ​ພັນ ທີ່​ເປັນ​ມໍລະດົກ​ທາງ​ທໍາ​ມະ​ຊາດ​ອັນ​ລໍ້າ​ຄ່າ​ຂອງ​ຊາດ ​ໃຫ້​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ, ຊົມ​ໃຊ້​ແບບ​ຍືນ​ຍົງ.

ທ່ານ ຮອງ​ລັດຖະມົນຕີ​ ກະຊວງ​ກະ​ສີ​ກໍາ ​ແລະ ປ່າ​ໄມ້ ກ່າວ​ຕື່ມວ່່າ: ວຽກ​ງານ​ການອະ​ນຸ​ລັກ​ສັດ​ນ້ຳ ແລະ ສັດ​ປ່າ ​ເຫັນ​ວ່າ​​ນັບ​ມື້​ນັບເພີ່ມ​ຂື້ນ ເປັນ​ຕົ້ນ​ໃນ​ປີ 2015 ​ໄດ້​ປ່ອຍ​ລູກ​ປາ​ທັງ​ໝົດ​ປະ​ມານ 35 ລ້ານໂຕ, ປີ 2016 ໄດ້​ປະ​ມານ 40 ລ້ານ​ໂຕ ແລະ ປີ 2017 ຈະ​ໃຫ້​ໄດ້​ຫລາຍ​ກວ່າ 40 ລ້ານ​ໂຕ.

 

ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...