Homeຂ່າວຕ່າງປະເທດບໍລິສັດອິນເດຍເຫັນໃຈພະນັກງານຍິງ ອະນຸຍາດໃຫ້ລາພັກໃນມື້ທຳອິດທີ່ເປັນປະຈຳເດືອນ

ບໍລິສັດອິນເດຍເຫັນໃຈພະນັກງານຍິງ ອະນຸຍາດໃຫ້ລາພັກໃນມື້ທຳອິດທີ່ເປັນປະຈຳເດືອນ

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 13 ກໍລະກົດນີ້ວ່າ ບໍລິສັດ Culture Machine ຊຶ່ງມີສຳນັກງານຕັ້ງຢູ່ນະຄອນມຸມໄບ ປະເທດອິນເດຍ ໄດ້ອອກນະໂຍບາຍໃໝ່ ອະນຸຍາດໃຫ້ພະນັກງານເພດຍິງ ລາພັກໃນມື້ທຳອິດທີ່ເປັນປະຈຳເດືອນ ຫລື ນະໂຍບາຍ First Day of Period (FOP) ໂດຍທ່ານ ເດບລີນາ ເອັສ ມາຈຸດາ ປະທານຝ່າຍຊັບພະຍາກອນມະນຸດຂອງບໍລິສັດດັ່ງກ່າວໄດ້ລະບຸວ່າ ແມ່ຍິງສ່ວນໃຫຍ່ມັກຈະຮູ້ສຶກບໍ່ສະບາຍ ໃນມື້ທຳອິດຂອງການມີປະຈຳເດືອນ ສະນັ້ນຈຶ່ງຄິດວ່າເຖິງເວລາແລ້ວ ທີ່ຈະຕ້ອງປະເຊີນກັບຄວາມຈິງ ມັນບໍ່ແມ່ນເລື່ອງໜ້າອາຍ ແຕ່ມັນເປັນສ່ວນໜຶ່ງຂອງຊີວິດ.

ທັງນີ້ ສັງຄົມອິນເດຍຖືວ່າ ການມີປະຈຳເດືອນເປັນສິ່ງທີ່ບໍ່ຄວນນຳມາເວົ້າຕໍ່ໜ້າສາທາລະນະ ເຮັດໃຫ້ແມ່ຍິງຈຳນວນຫລວງຫລາຍ ຂາດຄວາມເຂົ້າໃຈທີ່ຖືກຕ້ອງ, ພ້ອມກັນນີ້ ແມ່ຍິງທີ່ຢູ່ໃນໄລຍະປະຈຳເດືອນ ກໍຈະຖືກເບິ່ງວ່າບໍ່ສະອາດ, ບໍ່ບໍລິສຸດ ແລະ ຈະຖືກຫ້າມເຮັດກິດຈະກຳບາງຢ່າງເຊັ່ນ ຫ້າມເຂົ້າວັດ ແລະ ຫ້າມປຸງແຕ່ງ ຫລື ກິນອາຫານບາງປະເພດ ດັ່ງນີ້ເປັນຕົ້ນ.

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...