Homeຂ່າວທ້ອງຖິ່ນສາລະວັນ ເປີດນຳໃຊ້ສູນສົ່ງເສີມວິຊາຊີບຂອງສະຫະພັນແມ່ຍິງແຂວງ

ສາລະວັນ ເປີດນຳໃຊ້ສູນສົ່ງເສີມວິຊາຊີບຂອງສະຫະພັນແມ່ຍິງແຂວງ

Published on

ສະຫະພັນແມ່ຍິງແຂວງສາລະວັນ ໄດ້ຈັດພິທີໄຂການນຳໃຊ້ສູນວິຊາຊີບຂຶ້ນ ໃນວັນທີ 11 ກໍລະກົດຜ່ານມານີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີທ່ານ ມຸລາລີ ຮອງອົງ ການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງພາຍໃນ, ກະຊວງແຜນການ ແລະ ການລົງທຶນ, ພະແນກການຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງສາລະວັນ ໄດ້ລະບຸວ່າ ການສ້າງສູນວິຊາຊີບນີ້ຂຶ້ນເພື່ອສົ່ງເສີມເອື້ອຍນ້ອງແມ່ຍິງ ໃຫ້ມີວຽກເຮັດງານທຳ ພ້ອມທັງຍົກສູງຊີວິດການເປັນຢູ່ຂອງເອື້ອຍນ້ອງແມ່ຍິງໃຫ້ດີຂຶ້ນ, ນອກ ຈາກນັ້ນ ກໍຍັງເປັນບ່ອນສ້າງບຸກຄະລາກອນສີມືແຮງງານ, ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມ ແລະ ຍືນຍົງ ນອກຈາກສະໜອງຸອຸປະກອນໃຫ້ແກ່ສູນສົ່ງເສີມວິຊາຊີບ, ສູນຂໍ້ມູນຂ່າວສານຂັ້ນແຂວງ, ຂັ້ນເມືອງເປັນຕົ້ນ ແມ່ນເມືອງຕະໂອ້ຍ, ເມືອງ ເລົ່າງາມ ແລະ ເມືອງວາປີ ຊຶ່ງ ມີ 10 ບ້ານເປົ້າໝາຍແລ້ວ ຍັງໄດ້ສະໜັບສະໜູນທຶນຮອນ ໄປທັດສະນະສຶກສາແລກປ່ຽນ ບົດຮຽນທັງພາຍໃນ ແລະ ຕ່າງປະເທດ ເປັນມູນຄ່າທັງໝົດ 300 ລ້ານກວ່າກີບ (365.000 ໂດລາສະຫະລັດ) ແລະ ໂຄງການນີ້ກໍແມ່ນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເປັນເປົ້າໝາຍສະຫັດສະວັດ ເພື່ອການພັດທະນາແບບຍືນຍົງ, ເຂົ້າຢູ່ໃນແຜນພັດທະນາແມ່ຍິງ 7 ແຜນງານ ແລະ 23 ໂຄງການຂອງສະຫະພັນແມ່ຍິງແຂວງວາງອອກ. ຈາກນັ້ນ ທ່ານ ບຸນທຽມ ແກ້ວໄຊຍະວົງ, ທ່ານ ນາງ ອິນ ລາວັນ ແກ້ວບຸນພັນ ແລະ ທ່ານ ມຸລາລີ ໄດ້ຮ່ວມກັນຕັດແຖບຜ້າ, ໄຂປ້າຍ ແລະ ທ່ຽວ ຊົມສູນວິຊາຊີບດັ່ງກ່າວ.

 

ແຫລ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...