spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ກຸ່ມແກ້ງລັກຊັບພົນລະເມືອງໄປບໍ່ລອດຖືກເຈົ້າໜ້າທີ່ຈັບພ້ອມຂອງກາງ

ກຸ່ມແກ້ງລັກຊັບພົນລະເມືອງໄປບໍ່ລອດຖືກເຈົ້າໜ້າທີ່ຈັບພ້ອມຂອງກາງ

Published on

ພະແນກສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວນໍາຕົວກຸ່ມແກ້ງລັກຊັບບພົນລະເມືອງມາຮັບຂໍ້ກ່າວຫາ ແລະ ມອບຂອງກາງຄືນເຈົ້າຂອງເດີມ

ໃນວັນທີ່ 04 ກໍລະກົດ 2017 ນີ້ ພະແນກສືບສວນ-ສອບສວນ ປກສ ແຂວງບໍ່ແກ້ວໄດ້ນໍາຕົວກຸ່ມແກ້ງລັກສັບພົນລະເມືອງມາຮັບຂໍ້ກ່າວຫາພາຍຫຼັງທີ່ຖືກເຈົ້າໜ້າທີ່ຂອງພວກເຮົາຈັບຕົວໄດ້ ພ້ອມທັງ ມອບຂອງກາງຄືນເຈົ້າຂອງເດີມ ເຊິ່ງເຫດການໄດ້ເກີດຂື້ນ ໃນຄັ້ງວັນທີ 13/2/2017 ໄດ້ມີພົນລະເມືອງດີເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີຕໍາຫຼວດ ພະແນກສືບສວນ-ສອບສວນຄະດີອາຍາແຂວງບໍ່ແກ້ວວ່າ: ໄດ້ມີຄົນຮ້າຍບໍ່ຊາບຊື່ເຂົ້າໄປຕັດກະແຈປະຕູຮົ້ວບ້ານ ແລ້ວລັກເອົາລົດຈັກໄປ, ພາຍຫຼັງຮັບແຈ້ງຄວາມແລ້ວ ເຈົ້າໜ້າທີພວກເຮົາກໍ່ໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະລົງກວດກາສັນນະສູດສະຖານທີເກີດເຫດຕົວຈິງ ເຫັນວ່າມີມູນຄວາມຈິງ, ສະນັ້ນ ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະລົງເກັບກຳຂໍ້ມູນສືບຄົ້ນຫາເປົ້າໝາຍ, ຂື້ນບັນຊີເປົ້າໝາຍ ແລະ ຂັດຈ້ອນເປົ້າ ໝາຍ, ພ້ອມທັງເປີດການສືບສວນ-ສອບສວນຊອກຫາຕາມຈັບຕົວຄົນຮ້າຍ ແລ້ວກໍ່ສາມາດຈັບໄດ້ 2 ຄົນ ໃນຄັ້ງວັນທີ 3/5/2017. ຜ່ານການສືບສວນ-ສອບສວນຂະຫຍາຍຜົນແລ້ວ ຜູ້ກ່ຽວກໍໄດ້ຊັດທອດເຖິງກຸ້ມແກ້້ງພັກພວກເປັນຈຳນວນຫຼວງຫຼາຍ, ພໍຕົກມາຮອດວັນທີ 26 – 31 /5/2017 ຈຶ່ງກັກຕົວໄດ້ຜູ້ກະທໍາຜິດອີກ 4 ຄົນ, ປະຈຸບັນລວມຜູ້ຕ້ອງຫາທີຈັບໄດ້ 8 ຄົນ, ພ້ອມດ້ວຍເຄື່ອງຂອງກາງ ລົດຈັກຈໍານວນ 7 ຄັນ, ຢາບ້າ 1310 ເມັດ, ປືນສັ້ນ 02 ກະບອກ, ປືນດັດແປງ 01 ກະບອກ, ປືນລູກຊອງ 01 ກະບອກ, ຄອມພີວເຕີໂນດບຸກ 03 ໜ່ວຍ ແລະ ປ້າຍທະບຽນລົດ 02 ອັນ.ຜ່ານການສືບສວນ-ສອບສວນພວກກ່ຽວທັງ 08 ຄົນໄດ້ຮັບສາລະພາບວ່າ: ໄດ້ຮ່ວມມືກັນກໍ່ການກະທໍາຜິດແທ້ ປັດຈຸບັນເຈົ້າໜ້າທີກຳລັງສືບຕໍ່ຂະຫຍາຍຜົນດຳເນີນຄະດີຕາມຂັ້ນຕອນຕໍ່ໄປ.

ຈາກນັ້ນ, ກໍ່ໄດ້ມີການມອບຂອງກາງ ລົດຈັກຄືນເຈົ້າຂອງເດີມ ໂດຍ ທ່ານພັທ ຄຳດີ ເກດພິນດາ ຮອງຫ້ອງຕຳຫຼວດ ປກສ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ.

ຕໍ່ກັບເຫດການດັ່ງກ່າວ: ທ່ານພັທ ຄຳດີ ເກດພິນດາ ຮອງຫ້ອງຕຳຫຼວດ ປກສ ແຂວງບໍ່ແກ້ວ ກໍ່ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຮັບຊາບ ແລະ ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ, ບັນດາພະແນກການ, ສຳນັກງານ, ລັດວິສາຫະກິດ, ຮ້າງຮ້ານຂາຍເງີນ-ຄຳ, ທະນາຄານ, ນັັກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີມາລົງທຶນຢູ່ພາຍໃນແຂວງບໍ່ແກ້ວ. ຈົ່ງຍົກສູງສະຕິລະວັງຕົວ ເປັນເຈົ້າການປົກປັກຮັກສາວັດຖຸເຄື່ອງຂອງຕ່າງໆ ໃຫ້ດີ ບໍ່ໃຫ້ກຸ່ມຄົນບໍ່ດີຊອກຫາຊ່ອງຫວ່າງເຄື່ອນໄຫວກໍການກະທຳຜິດໄດ້.

ຂ່າວໂດຍ: ຮຕ ນາຊູ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...