Homeຂ່າວທ້ອງຖິ່ນແຂວງໄຊຍະບູລີ ມີໂຮງງານອຸດສາຫະກຳ-ຫັດຖະກຳ ຫລາຍກວ່າ 2.000 ເເຫ່ງ

ແຂວງໄຊຍະບູລີ ມີໂຮງງານອຸດສາຫະກຳ-ຫັດຖະກຳ ຫລາຍກວ່າ 2.000 ເເຫ່ງ

Published on

ຂປລ. ປັດຈຸບັນການດຳເນີນທຸລະກິດດ້ານການຄ້າ, ການລົງທຶນທັງພາຍໃນ ເເລະ ຕ່າງປະເທດຢູ່ເເຂວງໄຊຍະບູລີ ນັບມື້ນັບຂະຫຍາຍຕົວທາງດ້ານປະລິມານ ເເລະ ຄຸນນະພາບ ​ເຊິ່ງປັດຈຸບັນ ເເຂວງໄຊຍະບູລີ ໄດ້ອານຸຍາດສ້າງຕັ້ງ ເເລະ ດຳເນີນທຸລະກິດໂຮງງານອຸດສາຫະກຳ ເເລະ ຫັດຖະກຳ ຈຳນວນ 2.144 ເເຫ່ງ.


ຕາມຂໍ້ມູນຈາກພະເເນກ ອຸດສາຫະກຳ ເເລະ ການຄ້າເເຂວງໄຊຍະບູລີ
 ​ໃຫ້​ຮູ້​ວ່າ: ໃນ 6 ເດືອນຕົ້ນ​ປີ 2017 ໄດ້ອານຸຍາດສ້າງຕັ້ງໂຮງງານອຸດສາຫະກຳ ແລະ ຫັດຖະກຳໄດ້ 52 ແຫ່ງ ໃນນັ້ນ ສືບຕໍ່ອານຸຍາດດຳເນີນທຸລະກິດໂຮງງານ 37 ເເຫ່ງ ແລະ ອອກອານຸຍາດສ້າງຕັ້ງ ກິດຈະການໂຮງງານໃໝ່ 15 ເເຫ່ງ. ທົ່ວເເຂວງມີໂຮງງານທັງໝົດ 2.144 ເເຫ່ງ, ​ໃນ​ນັ້ນ ມີໂຮງງານຂະໜາດໃຫຍ່ 48 ເເຫ່ງ, ຂະໜາດກາງ 53 ເເຫ່ງ, ຂະໜາດນ້ອຍ 325 ເເຫ່ງ ແລະ ນ້ອຍເເບບຄອບຄົວ 1.781 ເເຫ່ງ, ມີທຶນທັງໝົດ 1.000 ຕື້ກວ່າກີບ, ມີເເຮງງານທັງໝົດ 8.920 ຄົນ. ​ເຊິ່ງໄດ້ສ້າງມູນຄ່າການຜະລິດອຸດສາຫະກຳ ເເລະ ຫັດຖະກຳ ບັນລຸໄດ້ 88,12 ຕື້ກີບ ເເລະ ຍອດມູນຄ່າຈຳໜ່າຍ ບັນລຸ 104,11 ຕື້ກີບ.

ສ່ວນວຽກງານການຂຶ້ນທະບຽນວິສາຫະກິດ ມີທັງໝົດ 167 ທະບຽນ, ມີທຶນຈົດທະບຽນ 82,4 ຕື້ກວ່າ​ກີບ. ໃນນັ້ນ ຂະເເໜງອຸດສາຫະກຳມີ 21 ທະບຽນ, ຂະເເໜງການຄ້າ 93 ທະບຽນ, ຂະເເໜງບໍລິຫານ 50 ທະບຽນ ເເລະ ຂະເເໜງກະສິກຳ 3 ທະບຽນ.  ປະຈຸບັນນີ້ທົ່ວເເຂວງ ມີຫົວໜ່ວຍທຸລະກິດທັງໝົດ 8.342 ຫົວໜ່ວຍ, ມີທຶນທັງໝົດ 2.941 ຕື້ກວ່າກີບ ໃນນີ້ລົງທຶນຫລາຍກວ່າ ໝູ່ເເມ່ນຂະເເໜງການຄ້າ 3.035 ທະບຽນ, ມີທຶນ 766 ຕື້ກວ່າກີບ.
ແຫລ່ງຂ່າວ: ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...